ໂຄງການສົມທົບກັນລະຫວ່າງສະມາຄົມຊາວກະສິກອນ ຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ

ໂຄງການສົມທົບກັນລະຫວ່າງສະມາຄົມຊາວກະສິກອນ ຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ - ảnh 1
( ທ່ານ Nguyen Dang Tien ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ
ແລະ ປະທານສະມາຄົມ​ຊາວ​ກະ​ສິກອນ )


( vovworld ) -   ຕອນ​ບ່າຍ​ວັນ​ທີ 28/5, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຊາວ​ກະ​ສິກອນ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​​ພິທີ​ລົງ​ນາມ​ໂຄງການ​ສົມທົບ​ກັນ​ເຄື່ອນ​ໄຫວລະຫວ່າງ​ສອງ​ຝ່າຍ ​ໄລຍະ 2012 – 2020. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ທ່ານ Nguyen Dang Tien ​ໄດ້​ເນັ້ນ​ໜັກ​ວ່າ.

   “ ໜ້າ​ທີ່​ຮັບຜິດຊອບຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ເຮັດ​ແນ​ວ​ໃດ​ເພື່ອ​​ໂຄສະນາ​ເຜີຍ​ແຜ່ແນວ​ຄິ​ດຊີ້​ນຳ, ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ ​ແລະ ບັນດາແຜນ​ນະ​ໂຍບາຍ, ນະ​ໂຍບາຍທັງ​ໝົດຂອງ​ສະມາຄົມ​ຊາວ​ກະສິກອນຫວຽດນາມ ​ເຖິງ​ແຕ່​ລະສະ​ມາ​ຊິກ​ສະມາຄົມ ​ແລະ ​ເຖິງ​ຊາວ​ກະສິກອນທຸກ​ຄົນ. ດ້ວຍ​ບົດບາດ​ໜ້າ​ທີ່​ຂອງ​ຕົນ ພວກ​ຂ້າພະ​ເຈົ້າ​ຈະ​ຮັບ​ໃຊ້ ​ແລະ ​ເຜີຍ​ແຜ່ບັນດາແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຖິງ​ຊາວ​ກະສິກອນ​ໃຫ້​ດີ​ທີ່​ສຸດ ”.

ຂ່າວ/ບົດ​ອື່ນ