ໂຄງການຮ່ວມທຸລະກິດນ້ຳມັນອາຍແກດ ຫວຽດນາມ-ເວເນຊູເອລາ

ໂຄງການຮ່ວມທຸລະກິດນ້ຳມັນອາຍແກດ ຫວຽດນາມ-ເວເນຊູເອລາ - ảnh 1

(ພາບ:hanoimoi.com.vn)

(TTX)- ​ພິທີສະຫຼອງ​ຮັບ​ນ້ຳມັນ​ຖັງ​ທຳ​ອິດ​ຂອງ​ບໍລິສັດຮ່ວມ​ທຸລະ​ກິດ​ນ້ຳມັນ​ອາຍ​ແກ​ດ ຫວຽດນາມ-​ເວເນ​ຊູ​ເອລາ ຫາ​ກໍ່​ຖືກຈັດ​ຂຶ້ນ​ຢູ່​ເວ​ເນ​ຊູ​ເອລາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ Ngo Tien Dung ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳເວເນ​ຊູ​ເອລາ ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ປາດ​ຖະໜາ​ວ່າ: ລັດຖະບານ, ພະນັກງານ, ບັນດາ​ຂະ​ແໜງ​ການ​ມີໜ້າ​ທີ່​ຮັບຜິດຊອບ​ຂອງເວເນ​ຊູ​ເອລາ ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດເວເນ​ຊູ​ເອລາ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດຫວຽດນາມ ​​ຍູ້​ໄວ​ບາດກ້າວ​ຕໍ່​ໄປ​ຂອງ​ການ​ເຈາະ​ຂຸດຄົ້ນ ​ແລະ ຜະລິດນ້ຳມັນ​ເພື່ອ​ສາມາດ​ບັນລຸ​ໄດ້​ປະລິມານ​ການ​ຜະລິດນ້ຳມັນ​​ທີ່ວາງ​ອອກຕາມ​ແຜນການ​ໃຫ້​ໄດ້​ 50.000 ​ແລະ 200.000 ຖັງ/ມື້. ທ່ານ​ເອກ​ອັກຄະ​ລັດ​ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ສະໜັບສະໜູນກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດຫວຽດນາມ ​ໃນ​ບັນດາ​ໂຄງການ​ລົງທຶນ​ຢູ່​ເວ​ເນ​ຊູ​ເອລາ ​ເພື່ອ​​ເຮັດໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ຮັບປະກັນ​ຄວາ​ມໝັ້ນຄົງ​ດ້ານ​ພະລັງງານ​ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ.

 

 

 

 

 

 

ຂ່າວ/ບົດ​ອື່ນ