ໂຄງການເຄື່ອງໝາຍແຫ່ງຊາດ: ເຄື່ອງໝາຍຜະລິດຕະພັນຕິດພັນກັບການເຄື່ອນໄຫວ ດຶງດູດການລົງທຶນ

(VOVWORLD) -  ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາອົງການຄຸ້ມຄອງ, ບັນດານັກຊ່ຽວຊານ, ບັນດາອົງການຈັດຕັ້ງ ແລະ ວິສາຫະກິດທີ່ກ່ຽວຂ້ອງເຖິງການພັດທະນາເຄື່ອງໝາຍການຄ້າ ແລະ ການນຳເຂົ້າ - ສົ່ງອອກຕີລາຄາສະພາບການຕົວຈິງ ຂອງ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ
ໂຄງການເຄື່ອງໝາຍແຫ່ງຊາດ: ເຄື່ອງໝາຍຜະລິດຕະພັນຕິດພັນກັບການເຄື່ອນໄຫວ ດຶງດູດການລົງທຶນ - ảnh 1 ທີ່ເວທີປາໄສ (ພາບ:kinhtedothi.vn)

“ໂຄງການເຄື່ອງໝາຍແຫ່ງຊາດ: ເຄື່ອງໝາຍຜະລິດຕະພັນຕິດພັນກັບການເຄື່ອນໄຫວ ດຶງດູດການລົງທຶນ” ນອນໃນເຫດການຂອງສັບປະດາເຄື່ອງໝາຍແຫ່ງຊາດປີ 2019 , ວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ກົມສົ່ງເສີມການຄ້າ, ກະຊວງການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສເຄື່ອງໝາຍການຄ້າ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຍຸດທະສາດເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ”.

        ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາອົງການຄຸ້ມຄອງ, ບັນດານັກຊ່ຽວຊານ, ບັນດາອົງການຈັດຕັ້ງ ແລະ ວິສາຫະກິດທີ່ກ່ຽວຂ້ອງເຖິງການພັດທະນາເຄື່ອງໝາຍການຄ້າ ແລະ ການນຳເຂົ້າ - ສົ່ງອອກຕີລາຄາສະພາບການຕົວຈິງ ຂອງ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ; ຈາກນັ້ນ, ຍົກອອກບັນດາວິທີການແກ້ໄຂ, ແຜນການປະຕິບັດຢ່າງລະອຽດເພື່ອສ້າງ ແລະ ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ. ທ່ານ ຫວູບ໊າຟູ໊, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        ໃນໄລຍະຈະມາເຖິງ, ພ້ອມກັບການກຳນົດທິດປ່ຽນແປງໃໝ່ໂຄງການເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ, ກະຊວງການຄ້າ ແລະ ອຸດສາຫະກຳຈະມີການກະທຳທີ່ລະອຽດ, ຍູ້ແຮງການເຜີຍແຜ່ໂຄສະນາເພື່ອຍົກສູງຄວາມຮັບຮູ້ຂອງ ປະຊາຄົມວິສາຫະກິດ, ສັງຄົມ, ອົງການຄຸ້ມຄອງພາກລັດກ່ຽວກັບຄວາມໝາຍ ແລະ ບົດບາດ ຂອງ ເຄື່ອງໝາຍການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ