ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແມ່ນ​ໜ້າ​ທີ່​ສຳ​ຄັນ

(VOVWORLD) - ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີ ໃບສະເໜີກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035. 
ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແມ່ນ​ໜ້າ​ທີ່​ສຳ​ຄັນ - ảnh 1ກອງປະຊຸມສະໄໝສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ລັດຖະບານ ແລະ ອົງການກວດກາ ລາຍການກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035. ຕາມນັ້ນແລ້ວ, ໂຄງການໄດ້ປາດຖະນາປະກອບສ່ວນນຳວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈຢ່າງໝັ້ນແກ່ນຂອງສັງຄົມ…

ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີ ໃບສະເໜີກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035. ຕາມນັ້ນແລ້ວ, ໂຄງການໄດ້ວາງ 7 ເປົ້າໝາຍສັງລວມ, 9 ກຸ່ມເປົ້າໝາຍລະອຽດ. ຜ່ານນັ້ນ ສ້າງການຫັນປ່ຽນຢ່າງແຮງ, ຮອບດ້ານໃນການພັດທະນາວັດທະນະທຳ ແລະ ສ້າງ, ບູລະນະ, ມາດຖານຄຸນສົມບັດ, ສີສັນ, ຄຸນນະທາດ, ລະບົບຄຸນຄ່າມະນຸດ, ຄອບຄົວ ຫວຽດນາມ; ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດບົນເວທີສາກົນ ຜ່ານການເສີມຂະຫຍາຍກຳລັງແຮງທາງດ້ານວັດທະນະທຳ ຫວຽດນາມ, ການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບວັດທະນະທຳ, ຮັບເອົາສິ່ງຢອດຢ້ຽມທາງດ້ານວັດນະທະນຳຂອງມວນມະນຸດ…

ຕອບກັບ

ຂ່າວ/ບົດ​ອື່ນ