ໂຄງການໜູນຊ່ວຍຄົນພິການຕາຫວຽດນາມ ປີ 2019

(VOVWORLD) -     ລາຍການສິດສອນຂອງສູນ SILOAM  ຈະດໍາເນີນແຕ່ວັນທີ 7 ຫາ 18 ຕຸລາ ຈຶ່ງອັດລົງ. 
ໂຄງການໜູນຊ່ວຍຄົນພິການຕາຫວຽດນາມ ປີ 2019 - ảnh 1 ປີ 2019 ແມ່ນປີທີ 2 ໂດຍ ສະມາຄົມຄົນຕາບອດຫວຽດນາມ ແລະ ສູນ  SILOAM  ທີ່ສະຫງວນໃຫ້ແກ່ຄົນຕາບອດ ສ.ເກົາຫຼີີ ໄດ້ດໍາເນີນບັນດາການເຄື່ອນໄຫວຮ່ວມມື ເພື່ອແນໃສ່ຊ່ວຍຄົນພິການຕາຫວຽດນາມ ມີໂອກາດໄດ້ເຂົ້າເຖິງບັນດາພື້ນຖານການສຶກສາທີ່ດີ, ມີວຽກເຮັດງານທໍາຖາວອນ 

  ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໂຄງການໜູນຊ່ວຍຄົນພິການຕາ ຫວຽດນາມ ປີ 2019 ລະຫວ່າງສະມາຄົມ ຄົນຕາບອດຫວຽດນາມ ແລະ ສູນ SILOAM  ທີ່ສະຫງວນໃຫ້ຄົນຕາບອດ ສ.ເກົາຫຼີ ຖືກດໍາເນີນໃນຕອນເຊົ້າວັນທີ 7 ຕຸລາ. ຕາມນັ້ນແລ້ວ, ສູນ  SILOAM  ຈະຈັດສົ່ງຄູອາຈານມາສອນຢູ່ຊຸດຝຶກອົບຮົມຕ່າງໆຄື: ນວດ, ເຕັກນິກພິມໂຕໜັງສື Braile ສໍາລັບຄົນຕາບອດ, ຝຶກອົບຮົມກ່ຽວກັບການນໍາໃຊ້ບັນດາໂປແກຼມ ແລະ ອຸປະກອນເຕັກນິກ, ເຕັກໂນໂລຢີ. ແລະ ປີ 2019 ແມ່ນປີທີ 2 ໂດຍ ສະມາຄົມຄົນຕາບອດຫວຽດນາມ ແລະ ສູນ  SILOAM  ທີ່ສະຫງວນໃຫ້ແກ່ຄົນຕາບອດ ສ.ເກົາຫຼີີ ໄດ້ດໍາເນີນບັນດາການເຄື່ອນໄຫວຮ່ວມມື ເພື່ອແນໃສ່ຊ່ວຍຄົນພິການຕາຫວຽດນາມ ມີໂອກາດໄດ້ເຂົ້າເຖິງບັນດາພື້ນຖານການສຶກສາທີ່ດີ, ມີວຽກເຮັດງານທໍາຖາວອນ ແລະ ໝັ້ນໃຈເຊື່ອມຕົວເຂົ້າກັບສັງຄົມ. ທ່ານນາງ ດິງຫວຽດແອັງ, ຮອງປະທານສະມາຄົມຄົນຕາບອດ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ອນທີ່ຈະລົງນາມໃນໂຄງການຮ່ວມມືທີ 2 ນີ້, ພວກຂ້າພະເຈົ້າ ກໍໄດ້ສັງເກດ ຕີລາຄາບັນດາການເຄື່ອນໄຫວຂອງໂຄງການປີກາຍນີ້ຢ່າງຮອບຄອບຖີ່ຖ້ວນ. ໂຄງການປີກາຍນີ້ແມ່ນມີປະສິດທິຜົນ ໂດຍສະເພາະແມ່ນຊຸດຝຶກອົບຮົມກ່ຽວກັບການນວດ ໄດ້ສ້າງເງື່ອນໄຂໃຫ້ແກ່ຄົນພິການຕາຫວຽດນາມ ຮັບເອົາບັນດາເຕັກນິກໃໝ່ຂອງສ.ເກົາຫຼີ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າໄດ້ດີກວ່າ. ສໍາລັບການພິມຈໍາໜ່່າຍຕໍາລາຮຽນ ກໍໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ເດັກພິການຕາມີປື້ມຮຽນເພີ່ມເຕີມ ແລະຫຼຸດຜ່່ອນຄວາມທຸກຫຍຸ້ງຍາກ ແລະ ໄດ້ຮັບເອົາບັນດາຄວາມຮູ້ໄດ້ດີກວ່າເກົ່າ”.

   

ຕອບກັບ

ຂ່າວ/ບົດ​ອື່ນ