ໂຄງປະກອບປະເພດສິນຄ້ານຳເຂົ້າລະຫວ່າງຫວຽດນາມແລະອິດສະລະແອນມີລັກສະນະເພີ່ມເຕີມ

(VOVWORLD) -     ຕາມການປະເມີນ 9 ເດືອນຕົ້ນປີ, ການສົ່ງອອກຂອງຫວຽດນາມໄປຍັງອິດສະລະແອນບັນລຸໄດ້ 600 ລ້ານໂດລາສະຫະລັດແລະການນຳເຂົ້າຈາກຕະຫຼາດດັ່ງກ່າວບັນລຸໄດ້ປະມານ 160 ລ້ານກວ່າໂດລາສະຫະລັດ.
ໂຄງປະກອບປະເພດສິນຄ້ານຳເຂົ້າລະຫວ່າງຫວຽດນາມແລະອິດສະລະແອນມີລັກສະນະເພີ່ມເຕີມ - ảnh 1 (ພາບປະກອບ: TTXVN)

        ທ່ານເລຖາຍຮ່ວາ, ທີ່ປຶກສາດ້ານການຄ້າສະຖານທູດຫວຽດນາມປະຈຳອິດສະລະແອນ, ໃຫ້ຮູ້ວ່າ: ຄາດຄະເນການສົ່ງອອກຂອງຫວຽດນາມໄປຍັງອິດສະລະແອນຮອດທ້າຍປີ 2019 ອາດບັນລຸໄດ້ 800 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນໜ້ອຍໜຶ່ງເມື່ອທຽບໃສ່ປີ 2018 ແລະການນຳເຂົ້າຈາກອິດສະລະແອນຈະບັນລຸປະມານ 250 ລ້ານໂດລາສະຫະລັດ.

        ປັດຈຸບັນ, ນັບມື້ນັບມີວິສາຫະກິດອິດສະລະແອນຫຼາຍແຫ່ງສະແດງຄວາມສົນໃຈ, ຕັ້ງບັນຫາຢາກນຳເຂົ້າສິນຄ້າປະເພດຕ່າງໆຄື:ສະບຽງອາຫານ,ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບ, ໝາກໄມ້ຈາກຫວຽດນາມໂດຍກົງ./.

ຕອບກັບ

ຂ່າວ/ບົດ​ອື່ນ