ໂຄງ​ປະ​ກອບ​ລັດ​ຖະ​ບານ ຫວຽດ​ນາມ ຊຸດ​ທີ XV: ຮັກ​ສາ​ 18 ກະ​ຊວງ ແລະ 4 ອົງ​ການ​ທຽບ​ເທົ່າ​ກະ​ຊວງ ໄວ້​ເໝືອນ​ເດີມ

(VOVWORLD) -ລັດຖະບານ ສະເໜີ ໃນສະເພາະໜ້າ ຮັກສາຊື່, ໂຄງປະກອບການຈັດຕັ້ງ, ຈຳນວນກະຊວງ ແລະ ອົງການທຽບເທົ່າກະຊວງໄວ້ຄືກັນກັບຊຸດທີ XIV, ໝາຍຄວາມວ່າ ສືບຕໍ່ຮັກສາ 22 ອົງການ, ລວມມີ: 18 ກະຊວງ ແລະ 4 ອົງການທຽບເທົ່າກະຊວງ. 
ໂຄງ​ປະ​ກອບ​ລັດ​ຖະ​ບານ ຫວຽດ​ນາມ ຊຸດ​ທີ XV: ຮັກ​ສາ​ 18 ກະ​ຊວງ ແລະ 4 ອົງ​ການ​ທຽບ​ເທົ່າ​ກະ​ຊວງ ໄວ້​ເໝືອນ​ເດີມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VOV)

  ໃນໂຄງການດຳເນີນງານຂອງວັນທີ 22 ກໍລະກົດ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີກ່ຽວກັບໂຄງປະກອບລັດຖະບານ ອາຍຸການ ສະພາແຫ່ງຊາດຊຸດທີ XV ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ໂຄງປະກອບລັດຖະບານຊຸດທີ XV (ອາຍຸການ 2021 – 2026) ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານລັດຖະທຳມະນຸນ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ກົດໝາຍວ່າດ້ວຍອົງການຈັດຕັ້ງລັດຖະບານ, ພ້ອມກັນນັ້ນ ສືບຕໍ່ສືບທອດ, ຮັກສາໂຄງປະກອບການຈັດຕັ້ງຂອງລັດຖະບານຕາມຊຸດທີ XIV.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນວິວັດການສ້າງໂຄງປະກອບການຈັດຕັ້ງຂອງລັດຖະບານຊຸດທີ XV, ກໍມີຫຼາຍຄຳເຫັນສະເໜີແຜນການປ່ຽນຊື່ບາງກະຊວງ, ຂະແໜງການ ແລະ ສັບຊ້ອນຄືນບັນດາອົງການຈັດຕັ້ງ ແຕ່ເຖິງຢ່າງໃດກໍຕາມ, ໃນສະພາບການໂລກລະບາດໂຄວິດ - 19 ຄືປັດຈຸບັນນີ້ ແລະ  ສຸມໃສ່ການປະຕິບັດ “ເປົ້າໝາຍຄວບຄູ່”, ເພື່ອບັນລຸໄດ້ບັນດາເປົ້າໝາຍ, ໃນສະເພາະໜ້າ, ການຮັກສາໂຄງປະກອບການຈັດຕັ້ງຂອງລັດຖະບານ ຊຸດທີ XV ແມ່ນວຽກງານຈຳເປັນ ແລະ ສອດຄ່ອງ, ໝາຍຄວາມວ່າ ສືບຕໍ່ຮັກສາ 22 ອົງການ, ລວມມີ: 18 ກະຊວງ ແລະ 4 ອົງການທຽບເທົ່າກະຊວງ. ດັ່ງນັ້ນ, ລັດຖະບານ ສະເໜີ ໃນສະເພາະໜ້າ ຮັກສາຊື່, ໂຄງປະກອບການຈັດຕັ້ງ, ຈຳນວນກະຊວງ ແລະ ອົງການທຽບເທົ່າກະຊວງໄວ້ຄືກັນກັບຊຸດທີ XIV.

ຕອບກັບ

ຂ່າວ/ບົດ​ອື່ນ