ໂຄສົກກະຊວງການຕ່າງປະເທດ ຫວຽດນາມ Luong Thanh Nghi ຕອບຄຳຖາມຂອງນັກຂ່າວ

(vovworld) - ວັນ​ທີ 7/9/2012 ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໂດຍ​ສະ​ເຫ​ນີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ກ່ຽວ​ກັບ​ເລື່ອງ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຈຳນວນ​ຫນຶ່ງຂອງ ​ໄຕ້​ຫວັນ​ ​ໄດ້​ດຳ​ເນີນ​ການ​ຊັກ​ທູງ ແລະ ຖະ​ແຫລ​ງອະທິ​ປະ​ໄຕ​ສຳລັບ​ດອນພານ​ທານຂຶ້ນ​ກັບ​ໝູ່​ເກາະ Truong Sa ຂອງ ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ Luong Thanh Nghi ຊີ້​ແຈງ​ວ່າ:

        “ນີ້​ແມ່ນ​ການ​ກະທຳ​ລ່ວງ​ລະ​ເມີດ​ອະທິ​ປະ​ໄຕ​ຜືນ​ແຜນ​ດິນ​ຂອງ ຫວຽດນາມ ຢ່າງ​ຮ້າຍ​ແຮງສຳລັບ​ໝູ່​ເກາະ Truong Sa ອັນ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບ​ສົມ​ຂຶ້ນ​ຕື່ມ. ຝ່າຍ ຫວຽດນາມ ​ເດັດດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ ​ໄຕ້​ຫວັນ ຈົ່ງຢຸດຕິບັນດາ​ການ​ເຄື່ອນ​ໄຫວ​ທີ່​ຜິດພາດ​ນີ້, ບໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາບ​ການ​ຢູ່​ໝູ່​ເກາະ Truong Sa ສັບ​ສົນ.”

ຕອບກັບ

ຂ່າວ/ບົດ​ອື່ນ