ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ສະແດງຄວາມຄິດເຫັນກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ Fulbright ຫວຽດນາມ

(VOVWORLD) - ມະຫາວິທະຍາໄລ Fulbright ຫວຽດນາມ ແມ່ນໝາກຜົນຂອງການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ອາເມລິກາ, ໂດຍສະເພາະແມ່ນໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ສະແດງຄວາມຄິດເຫັນກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ Fulbright ຫວຽດນາມ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

        ວັນທີ 26 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວສະເໝີໃຫ້ຮູ້ຄວາມຄິດເຫັນກ່ຽວກັບບັນດາການເຄື່ອນໄຫວຂອງໂຮງຮຽນ Fulbright ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ມະຫາວິທະຍາໄລ Fulbright ຫວຽດນາມ ແມ່ນໝາກຜົນຂອງການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ອາເມລິກາ, ໂດຍສະເພາະແມ່ນໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ຫວຽດນາມ ຊົມເຊີຍບັນດາການເຄື່ອນໄຫວຂອງມະຫາວິທະຍາໄລ Fulbright ຫວຽດນາມ ທີ່ໄດ້ຢັ້ງຢືນໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2023. ພວກຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ບັນດາການເຄື່ອນໄຫວຂອງ Fulbright ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ພວມນັບມື້ນັບພັດທະນາລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ