ໂຄສົກກະຊວງການຕ່າງປະເທດຫວຽດນາມ ສະແດງທັດສະນະຂອງຫວຽດນາມ ຕໍ່ບາງບັນຫາການຕ່າງປະເທດ ແລະສາກົນ

(VOVWORLD) -ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານ Janet Yellen, ຜູ້ຕາງຫນ້າສອງປະເທດ ຈະແລກປ່ຽນບັນດາມາດຕະການ ເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດ, ຊຸກຍູ້ການຟື້ນຟູເສດຖະກິດໄລຍະຫລັງໂຄວິດ 19.
ໂຄສົກກະຊວງການຕ່າງປະເທດຫວຽດນາມ ສະແດງທັດສະນະຂອງຫວຽດນາມ ຕໍ່ບາງບັນຫາການຕ່າງປະເທດ ແລະສາກົນ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເວົ້າເຖິງການຢ້ຽມຢາມ ຫວຽດນາມຂອງທ່ານນາງ Janet Yellen, ລັດຖະມົນຕີກະຊວງການເງິນ ອາເມລິກາ.ພາບ:baoquocte.vn

ຕອນບ່າຍວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ໃນວັນດຽວກັນ ຂອງ ທ່ານນາງ Janet Yellen, ລັດຖະມົນຕີກະຊວງການເງິນ ອາເມລິກາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການເຄື່ອນໄຫວການຕ່າງປະເທດ ສະເຫລີມສະຫລອງ 10 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານ Janet Yellen, ຜູ້ຕາງຫນ້າສອງປະເທດ ຈະແລກປ່ຽນບັນດາມາດຕະການ ເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດ, ຊຸກຍູ້ການຟື້ນຟູເສດຖະກິດໄລຍະຫລັງໂຄວິດ 19.

“ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານນາງ Janet Yellen ໃນຖານະເປັນລັດຖະມົນຕີການເງິນ ອາເມລິກາ. ເນື່ອງໃນໂອກາດນີ້ ສອງປະເທດ ຈະແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດ, ຊຸກຍູ້ການຟື້ນຟູເສດຖະກິດໄລຍະຫລັງໂຄວິດ 19 ໃຫ້ເລິກເຊິ່ງກວ່າ. ນອກນັ້ນ ສອງປະເທດ ກໍ່ຈະແລກປ່ຽນບັນດາມາດຕະການຫນູນຊ່ວຍວິວັດການຫັນປ່ຽນພະລັງງານສະອາດທົ່ວໂລກ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເງິນ - ທະນາຄານ, ແລກປ່ຽນວິທີການເພີ່ມທະວີຄວາມສາມາດຟື້ນຟູການເງິນ, ສ້າງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ.”

ເມື່ອຕອບຄຳຖາມຂອງນັກຂ່າວ ໂດຍສະເຫນີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບເລື່ອງ ລັດເຊຍ ບໍ່ຕໍ່ກຳນົດເວລາຂອງຂໍ້ຕົກລົງສົ່ງອອກທັນຍາພືດ ທະເລດຳ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງຟ້າມທູຮັ່ງ ຢັ້ງຢືນວ່າ: ຫວຽດນາມປາດຖະຫນາຢາກໃຫ້ບັນດາຝ່າຍເຈລະຈານຳກັນ, ແກ້ໄຂບັນຫາໂດຍສັນຕິວິທີບົນພື້ນຖານເຄົາລົບບັນດາຫລັກການພື້ນຖານຂອງກົດໝາຍ, ພິເສດ ແມ່ນຫລັກການເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ. ໂດຍແມ່ນສະມາຊິກຕັ້ງຫນ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການຊຸກຍູ້ການເຈລະຈາ, ຊອກຫາມາດຕະການເພື່ອນຳສະພາບການກັບຄືນສູ່ສັນຕິພາບ,ສະຖຽນລະພາບໃນພາກພື້ນ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ