ໂຄສະນາ, ສົ່ງເສີມການທ່ອງທ່ຽວ “ດິນແດນມໍລະດົກມະຫັດສະຈັນ” ຢູ່ບັນດາແຂວງ ໄຕງວຽນ

(VOVWORLD) -ກອງປະຊຸມເພື່ອແນໃສ່ໂຄສະນາຜະລິດຕະພັນທ່ອງທ່ຽວ ແລະ ລາຍການກະຕຸ້ນການທ່ອງທ່ຽວຂອງ 5 ແຂວງ, ນະຄອນທີ່ກ່າວມາຂ້າງເທິງນັ້ນໃຫ້ບໍລິສັດທ່ອງທ່ຽວຢູ່ຕະຫຼາດເຂດ ໄຕງວຽນ.
ໂຄສະນາ, ສົ່ງເສີມການທ່ອງທ່ຽວ “ດິນແດນມໍລະດົກມະຫັດສະຈັນ” ຢູ່ບັນດາແຂວງ ໄຕງວຽນ - ảnh 1ພິທີເຊັນຂໍ້ຕົກລົງຮ່ວມມື
(ພາບ: TTXVN)

ຕອນບ່າຍວັນທີ 05 ສິງຫາ, ຢູ່ນະຄອນ ບວນມາທວດ, ໄດ້ຈັດກອງປະຊຸມໂຄສະນາ, ສົ່ງເສີມການທ່ອງທ່ຽວຂອງ 5 ແຂວງ, ນະຄອນ “ກວາງບິ່ງ - ກວາງຈິ - ເທື່ອທຽນເຫ້ວ - ດ່ານັ້ງ - ກວາງນາມ” ກັບເຂດ ໄຕງວຽນ.

        ກອງປະຊຸມເພື່ອແນໃສ່ໂຄສະນາຜະລິດຕະພັນທ່ອງທ່ຽວ ແລະ ລາຍການກະຕຸ້ນການທ່ອງທ່ຽວຂອງ 5 ແຂວງ, ນະຄອນທີ່ກ່າວມາຂ້າງເທິງນັ້ນໃຫ້ບໍລິສັດທ່ອງທ່ຽວຢູ່ຕະຫຼາດເຂດ ໄຕງວຽນ. ທີ່ກອງປະຊຸມ, ບັນດາແຂວງ, ນະຄອນໄດ້ແນະນຳກ່ຽວກັບການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນຕົນ; ແລກປ່ຽນ, ປຶກສາຫາລືກ່ຽວກັບການພັດທະນາຜະລິດຕະພັນທ່ອງທ່ຽວເຊື່ອມຕໍ່ລະຫວ່າງບັນດາແຂວງທາງພາກກາງ ກັບເຂດ ໄຕງວຽນ ໃຫ້ນັກທ່ອງທ່ຽວ.

        ເນື່ອງໃນໂອກາດນີ້, ບັນດາທ້ອງຖິ່ນໄດ້ເຊັນຂໍ້ຕົກລົງຮ່ວມມື, ພັດທະນາການທ່ອງທ່ຽວລະຫວ່າງ 5 ແຂວງ, ນະຄອນທາງພາກກາງ ກັບບັນດາແຂວງນະຄອນເຂດ ໄຕງວຽນ, ໄລຍະ 2022 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ