ໂຄສະນາການທ່ອງທ່ຽວຫວຽດນາມ ຜ່ານມໍລະດົກພາບຖ່າຍແລະຮູບເງົາ

(VOVWORLD) -ຄະນະຈັດຕັ້ງຫວັງວ່າ, ດ້ວຍຄວາມສາມາດສົ່ງສານຜ່ານຮູບຖ່າຍ, ຮູບເງົາ ຈະກາຍເປັນຂົວເຊື່ອມຕໍ່ພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ
ໂຄສະນາການທ່ອງທ່ຽວຫວຽດນາມ ຜ່ານມໍລະດົກພາບຖ່າຍແລະຮູບເງົາ - ảnh 1 (ງານວາງສະແດງໄດ້ເປີດປະຕູນັບແຕ່ວັນທີ 22 – 27 ມິຖຸນາ)

ພາບຖ່າຍ 120 ແຜ່ນທີ່ຖ່າຍເອົາຢູ່ບັນດາເຂດພາກຂອງປະເທດຫວຽດນາມ, ເຊິ່ງບັນດາຜູ້ຖ່າຍທຳຮູບເງົາຢູ່ພາຍໃນ ແລະ ຕ່າງປະເທດປະຕິບັດຢູ່ຫວຽດນາມ ເຊິ່ງສະຖາບັນຮູບເງົາຫວຽດນາມ ພວມແນະນຳຕໍ່ມະຫາຊົນຜ່ານງານວາງສະແດງ “ມໍລະດົກເອກະສານພາບຖ່າຍ ແລະ ຮູບເງົາໃນການໂຄສະນາການທ່ອງທ່ຽວຫວຽດນາມ”. ຄະນະຈັດຕັ້ງຫວັງວ່າ, ດ້ວຍຄວາມສາມາດສົ່ງສານຜ່ານຮູບຖ່າຍ, ຮູບເງົາ ຈະກາຍເປັນຂົວເຊື່ອມຕໍ່ພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ, ນຳພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ຫຍັບເຂົ້າໃກ້ກັບຜູ້ຊົນຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍກວ່າ, ຜ່ານນັ້ນໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ ເຖິງເພື່ອນມິດສາກົນ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ, ຖືວ່າ:

        “ເອກະສານພາບຖ່າຍມີກຳລັງແຜ່ຂະຫຍາຍ, ສ້າງແຫຼ່ງແຫຼ່ງບັນດານໃຈ, ດຶງດູດຜູ້ຊົມໄປຊອກຫາຕົ້ນກຳເນີດຂອງບັນຫາ ແລະ ຄວາມງາມດັ້ງເດີມຂອງມັນ. ເລື່ອງລາວສົມທົບກັນລະຫວ່າງການຂຸດຄົ້ນສາງເອກະສານພາບຖ່າຍກັບການພັດທະນາການທ່ອງທ່ຽວ, ໂຄສະນາການທ່ອງທ່ຽວແມ່ນມີຄວາມຈຳເປັນທີ່ສຸດ, ມີປະສິດທິຜົນສູງ ແລະ ປະສິດທິຜົນດັ່ງກ່າວແມ່ນຍືນຍົງ”.

        ງານວາງສະແດງໄດ້ເປີດປະຕູນັບແຕ່ວັນທີ 22 – 27 ມິຖຸນາ ຢູ່ສະຖາບັນຮູບເງົາຫວຽດນາມ, ທີ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ