ໂຄສະນາກາລະໂອກາດ ລົງທຶນເຂົ້າຫວຽດນາມ ໃຫ້ແກ່ສາຫະກິດແບນຊິກ

ໂຄສະນາກາລະໂອກາດ ລົງທຶນເຂົ້າຫວຽດນາມ ໃຫ້ແກ່ສາຫະກິດແບນຊິກ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ງານ​ຕະ​ຫຼາດ​ນັດການ​ຄ້າ​ສາກົນ ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 05/12 ຢູ່​ນະຄອນ Liege ປະ​ເທດ​ແບນ​ຊິກ, ສະຖານທູດ​ຫວຽດນາມ ປະຈຳ​ແບນ​ຊິກ ​ໄດ້​ສົມທົບ​ກັບອົງການ​ສຳພັນ​ທະ​ມິດ​ແບນ​ຊິກ - ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ລົງທຶນ​ເຂົ້າ​ຫວຽດນາມ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ”.

        ທ່ານ Philippe Suinen, ອະດີດຂະ​ຫຼວງ​ໃຫຍ່ປະຊາ​ຄົມ​ຊາວ​ແບນຊິກ​ທີ່​ໃຊ້ພາສາ​ຝລັ່ງ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົມຊອນ​ລົງທຶນ​ຢູ່​ຫວຽດນາມ. ທ່ານ​​ເນັ້ນ​ໜັກ​ວ່າ, ຫວຽດນາມ ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ທີ່​ສະຫງວນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ແບ​ນຊິກ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປຸ່​ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິ່ງ​ແວດ​ລ້ອມ, ​ເກັບ ​ແລະ ກຳຈັດ​ທາດ​​ເສດ​ເຫຼືອ. ຕ່າມ​ທ່ານ​ແລ້ວ, 2 ປະ​ເທດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມືລະຫວ່າງ​ຂົງ​ເຂດ ​ເພື່ອ​ສ້າງ​ວຽກ​​ເຮັດ​ງານ​ທຳ​ຫຼາຍ​ຢ່າງ ກໍ່​ຄື​ກາລະ​ໂອກາດ​ພັດທະນາ​ໃຫ້​ແກ່​ຫວຽດນາມ.

        ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຂອງ​ແບນ​ຊິກ ກັບ​ແຂວງ​ຕ່າງໆ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ພັດທະນາ​ດີ ຄື​ການ​ປູກ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ, ພິ​ເສດ​ແມ່ນ​ປາ​ບາ​ຊາ. ​ໃນ​ປະຈຸ​ບັນ ​ແບ​ນຊິກ ​ໄດ້​ມີ 40 ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຈຳນວນ​ທຶນ​ແມ່ນ 98 ລ້ານ​​ເອີໂລ.

ຂ່າວ/ບົດ​ອື່ນ