ໂຄສະນາກ່ຽວກັບ ຊາຍແດນ ແລະ ທະເລ ໝູ່ເກາະຂອງຫວຽດນາມ

ໂຄສະນາກ່ຽວກັບ ຊາຍແດນ ແລະ ທະເລ ໝູ່ເກາະຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/6, ຢູ່​ນະຄອນ​ກວາງ​ຫງາຍ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງາຍ​ໄດ້​ຈັດ​ຕັ້ງ​ບັ້ນ​ໂຄສະນາ​ເຄື່ອນ​ທີ່ “ຊາຍ​ແດນ ​ແລະ ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ“. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຮວີ່ນວິ້ງ​ອ໋າຍ ​ໄດ້​ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ ທີ່​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽ​ດນາມ, ລະ​ເມີດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເຊິ່ງຈີນ​​ໄດ້​ລົງ​ລາຍ​ເຊັນ​ແລ້ວ. ທ່ານ​ຢືນຢັນ​ວ່າ, ຫວຽດນາມ​ ມີ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ​ຢ່າງ​ພຽງພໍ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ໃນ​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

        ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງາຍ ຟ້າ​ມຍື​ໂຊ ຮຽກຮ້ອງ​ໃຫ້​ປະຊາຊົນທຸກ​ຊັ້ນ​ວັນນະ ​ແລະ ຊາວ​ປະມົງ​ແຂວງ​ກວາງ​ຫງາຍ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ:

    “ຊາວ​ປະມົງ​ລຸ້ນທີ່​ສືບ​ທອດ​ທະຫານ​ຮ່ວາງ​ຊາ​​ພິລະ​ອາດ​ຫານໃນ​ເມື່ອ​ກ່ອນ, ​ຈົ່ງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ນຳ້​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ສາມັກຄີກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຕິດ​ພັນ​ກັບ​ທະ​ເລ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ