ໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມຢູ່ປານາມາ

ໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມຢູ່ປານາມາ - ảnh 1
ໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມ ຢູ່ ປານາມາ
(ພາບ: thethaovanhoa)

(vovworld) - ວັນ​ທີ 20/1, ສະຖານທູດ​ ຫວຽດນາມ​ປະຈຳ ປາ​ນາມາ ຈັດ​ຕັ້ງ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ຫົວ​ຂໍ້ “ຊອກ​ຮູ້​ກ່ຽວ​ກັບ​ ຫວຽດນາມ“ ຢູ່​ນະຄອນຫຼວງ ປາ​ນາມາ ​ເພື່ອ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ຫວຽດນາມ. ທີ່​ການ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູງອກ​ມິ​ງ ​ໄດ້​ແນະນຳ​ຢ່າງ​ລະອຽດ​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ, ບັນດາ​ທັດ​ຊະ​ນີຍະ​ພາບ​ ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ; ຜ່ານ​ນັ້ນ​ຊີ້​ອອກ​ສາຍ​ເຫດ​ເປັນ​ຫຍັງ​ ຫວຽດນາມ ​ຈຶ່ງ​ກາຍ​ເປັນສະຖານ​ທີ່​່ອງທ່ຽວ​ທີ່​ດູດ​ດື່ມ, ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ນັກ​ທ່ອງ​ທ່ຽວ ​ແລະ ສື່​ມວນ​ຊົນ​ຕ່າງປະ​ເທດ… ບັນດາ​ຜູ້​ແທນ​ກໍ່​ໄດ້​ຮັບ​ຊົມ clip ​ໂຄສະນາ​ກ່ຽວ​ກັບ​ຮູບ​ພາບ​ປະ​ເທດ​ຊາດ ​ແລະ ຊາວ​ ຫວຽດນາມ.

ຂ່າວ/ບົດ​ອື່ນ