ໂຄສະນາຄວາມມຸ່ງຫວັງຂອງປະຊາຊົນ, ກຳນົດທິດຫາງສຽງສັງຄົມ

(VOVWORLD) -ຕອນບ່າຍວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ໂຄສະນາປີ 2017, ຈຸດສຸມຂອງວຽກງານສົມທົບໃນປີ 2018 ລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມກັບການນຳບັນດາອົງການການເມືອງ-ສັງຄົມຂັ້ນສູນກາງ
ໂຄສະນາຄວາມມຸ່ງຫວັງຂອງປະຊາຊົນ, ກຳນົດທິດຫາງສຽງສັງຄົມ - ảnh 1ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ວຽກງານໂຄສະນາຄວນສ້າງເຈດຈຳນົງເປັນເອກະພາບໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ. ພ້ອມກັນນັ້ນ ກໍສົມທົບກັນໂຄສະນາໂຄງການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ເພື່ອປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟື່ອຍໄລຍະ 2018-2020. ທ່ານ ເຈີນແທງເມີ້ນ ກ່າວວ່າ : 

    “ ໂຄສະນາກະກຽມໃຫ້ແກ່ກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ໂຄສະນາ, ກວດກາ, ຊັບຊ້ອນກົງຈັກພະນັກງານຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 6 ຂອງພັກ ກ່ຽວກັບ “ ບາງບັນຫາປ່ຽນແປງໃໝ່ຊັບຊ້ອນກົງຈັກລະບົບການເມືອງກະທັດລັດ, ມີປະສິດທິຜົນ. ມະຕິ ເລກທີ 18 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ມີຕອນສັງເກດວ່າ : ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມີປະກົດການຫັນເປັນການບໍລິຫານ ” ນີ້ແມ່ນບັນຫາປີ 2018 ຕ້ອງປະຕິບັດເພື່ອຈຳກັດປະກົດການດັ່ງກ່າວ, ພ້ອມທັງຊັບຊ້ອນກົງຈັກໃຫ້ກະທັດລັດຕາມຈິດໃຈມະຕິເລກທີ 18 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ”

ຕອບກັບ

ຂ່າວ/ບົດ​ອື່ນ