ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມຢູ່ມາເລເຊຍ

ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມຢູ່ມາເລເຊຍ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ
ຟ້າມ​ກາວ​ຟອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)

(vovworld) - ​ວັນ​ທີ 07/12, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽ​ວ​ຢູ່​ນະ​ຄອ​ນ​ຫຼວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ, ດ້ວຍ​ຫົວ​ຂໍ້​ວ່າ “Vietnam Tourism Roadshow”, ​ອັນໄດ້​ດຶງ​ດູ​ດ​ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 2 ປະ​ເທດກວ່າ 100 ຄົນ. ທີ່​ເຫດ​ການ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​​ແນະ​ນຳ​ບັນ​ດາ​ເຂດ​ບູ​ຊະ​ນີ​ຍະ​ສະ​ຖານ​ທີ່​ດີ​ເດັ່ນ​ຂອງ​ຫວຽດ​ນາມ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ໂລກ​ຄື: ຖ້ຳ ເຊີນ​ດ່ອງ, ອ່າວ​ຮ້າ​ລອງ, ຄຸມ​ຖະ​ໜົນ​ເກົ່າ ໂຮ້ຍ​ອານ, ພ້ອມ​ກັບ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ທັດ​ສະ​ນີ​ຍະ​ພາບ​ທີ່​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ອາ​ກາດ​ຂອງ​ບັນ​ດາ​ເຂດ​ພາກ​ໃນ​ທ​ົ່ວ​ປະ​ເທດ. ນອກນັ້ນ, ກົມ​ໃຫຍ່​ທ່ອງ​ທ່ຽວ ກໍ​ອັບ​ເດັດ​ບັນ​ດາ​ຂໍ້​ມູນ​ຂ່າວ​ລ​າ​້​ສຸດ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ, ພັດ​ທະ​ນາ ແລະ ເປີດກວ້າງ​ບັນ​ດາ​ຂະ​ແໜງ​ການ​ບໍ​ລິ​ການ, ພື້​ນ​ຖານ​ໂຄງ​ລ່າງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຂົງ​ເຂດ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ