ໂຄສະນາຈຸດເດັ່ນການລົງທຶນຂອງຫວຽດນາມຢູ່ມາເລເຊຍ

(VOVWORLD) -ວັນທີ 26 ກໍລະກົດ, ບໍລິສັດຮ່ວມທຸລະກິດ ເຂດອຸດສາຫະກໍາຫວຽດນາມ - ສິງກະໂປ ຈໍາກັດ (VSIP) ພ້ອມກັບຄູ່ຮ່ວມມືຈໍານວນໜຶ່ງ ໄດ້ສົມທົບກັບອົງການການຄ້າສະຖານທູດຫວຽດນາມປະຈໍາມາເລເຊຍ ຈັດຕັ້ງກອງປະຊຸມສໍາມະນາ ທີ່ມີຊື່ວ່າ “ຈຸດເດັ່ນຂອງການລົງທຶນທີ່ເຕັມໄປດ້ວຍຄວາມຫວັງ: ເປັນຫຍັງປັດຈຸບັນພັດແມ່ນຫວຽດນາມ”.

ໂຄສະນາຈຸດເດັ່ນການລົງທຶນຂອງຫວຽດນາມຢູ່ມາເລເຊຍ - ảnh 1ທ່ານ ຟ້າມກັວກແອັງ ທູດການຄ້າຫວຽດນາມປະຈໍາມາເລເຊຍກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ

(ພາບ: vietnamplus.vn)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຟ້າມກັວກແອັງ ທູດການຄ້າຫວຽດນາມປະຈໍາມາເລເຊຍ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ຜ່ານນັ້ນໄດ້ດຶງດູດນັກລົງທຶນໃນທົ່ວໂລກເປັນຈໍານວນຫຼາຍ, ໃນນັ້ນມີ ມາເລເຊຍ. ປັດຈຸບັນ, ມາເລເຊຍແມ່ນນັກລົງທຶນໃຫຍ່ອັນດັບທີ 8 ຂອງຫວຽດນາມ.

        ທ່ານ John Campell ທີ່ປຶກສາຂັ້ນສູງ, ຂຶ້ນກັບບໍລິສັດ Savills ຕີລາຄາວ່າ ຫວຽດນາມມີທ່າແຮງຫຼາຍພໍສົມຄວນ ເພື່ອສົນໃຈບັນດານັກລົງທຶນຕ່າງປະເທດ ນັ້ນແມ່ນ ຄ່າຈ້າງກໍາມະກອນຕໍ່າ; ຄ່າເຊົ່າດິນ ແລະ ຄ່າຂົນສົ່ງຜ່ານທາງທະເລມີລັກສະນະແກ່ງແຍ້ງສູງ; ຕະຫຼາດກວ້າງໃຫຍ່, ຫວຽດນາມ ມີພົນລະເມືອງ ກວ່າ 92 ລ້ານຄົນ ຢືນອັນດັບທີ 14 ໃນໂລກ, ພ້ອມທັງມີທີ່ຕັ້ງ ທີ່ຕິດກັບຫຼາຍຕະຫຼາດສົ້ນເຂົ້າ ແລະ ສົ້ນອອກ... ພິເສດແມ່ນ ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີຫຼາຍສະບັບຄື ສະຫະພາບເອີຣົບ, ສ.ເກົາຫຼີ ແລະ ສະບັບຫຼ້າສຸດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີີຟິກ (CPTPP). ນອກຈາກນັ້ນ, ຜູ້ຕາງໜ້າບໍລິສັດ VSIP ແລະບໍລິສັດ KPMG ຂອງມາເລເຊຍ ຍັງໂຄສະນາຈຸດດູດດື່ມອື່ນໆ ຂອງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ພິເສດແມ່ນບັນດານະໂຍບາຍຍບຸລິມະສິດພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ