ໂຄສະນາພາບພົດຂອງບັນດາປະເທດອາຊຽນທີ່ຂະຫຍັນຂັນເຄື່ອນ,ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ

ໂຄສະນາພາບພົດຂອງບັນດາປະເທດອາຊຽນທີ່ຂະຫຍັນຂັນເຄື່ອນ,ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ - ảnh 1
ໂຄສະນາພາບພົດຂອງບັນດາປະເທດອາຊຽນ
ທີ່ຂະຫຍັນຂັນເຄື່ອນ,ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ
(ພາບ: vnexpress)


(vovworld) - ພິ​ທີ​ມອບ​ລາງວັນ​ງານ​ມະ​ໂຫລານ​ພາບ​ຖ່າຍ ແລະ ຮູບ​ເງົ​າ​ເອ​ກະ​ສານ ກ່ຽວ​ກັບ​ບັນ​ດາ​​ປະ​ຊາ​ຊາດໃນ​ປະ​ຊາ​ຄົມ​ອາ​ຊຽນ ຢູ່​ຫວຽດ​ນາມ 2015, ​ຊຶ່ງຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 15/12, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ເພື່ອ​ຂ່ຳ​ນັບ​ຮັບ​​ຕ້ອນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ຫວຽດ​ນ​າມ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ​ ແລະ ການ​ສ້າງ​​ຕັ້ງປະ​ຊາ​ຄົມ​ອາ​ຊຽນ ໃນ​ທ້າຍ​ປີ 2015.

      ພາຍ​ຫຼັງ​ປຸກ​ລະ​ດົມ​ເປັນ​ເວ​ລາ 5 ເດືອນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ເກືອ​ບ 1.500 ​​ພາບ​ຖ່າຍ ແລະ ຮູບ​ເງົາ​ເອ​ກະ​ສານ​ທີ່​ສົ່ງ​ມາເຂົ້າ​ຮ່ວມກ​ານ​ເສັງຂອງບັນ​ດາ​ນັກ​ຖ່າ​ຍ​ຮ​ູບ, ຜູ້ກຳ​ກັບ​ການ​ສະ​ແດງ​ຮູບ​ເງົາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ບັນ​ດາ​ພາບ​ຖ່າຍ ແລະ ຮູບ​ເງົາ​ເອ​ກະ​ສານ ໄດ້​ສຸມ​ໃສ່​ໂຄ​ສະ​ນາ​ພາບ​ພົດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຫຼາຍ​ຢ່າງ ແລະ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ… ທ່ານ ຫງວຽນ​ເຈື່ອງ​ເຊ​ີນ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ ໃຫ້​ຮູ້​ວ່າ.

      “ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີ​ສີ​ສັນ​ສະ​ເພາະ, ມີ​ບັນ​ດາ​ຮີດ​ຄອງ​ປະ​ເພນີ​ສະ​ເພາະ ສະ​ນັ້ນ, ​ພາບ​ຖ່າຍ​ແຕ່​ລະ​ແຜ່ນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ສິ່ງ​ພິ​ເສດ​ຈາກ​ທິວ​ທັດ​ທຳ​ມະ​ຊາດ ຕະ​ຫຼ​ວດ​ຮອດ​ມະ​ນຸດ, ຮີດ​ຄອງ​ປະ​ເພ​ນີ. ແລະ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ອີກ​ອັນ​ໜຶ່ງ​ໃນ​ຄັ້ງ​ນ​ີ້ແມ່ນ ມີ​ບັນ​ດາ​ນັກ​ຖ່າຍ​ຮູບ​ຂອງ​ປະ​ເທດນີ້ ແຕ່​​ພັດ​ຊອກ​ຫາ​ແຫຼ່ງ​ອາ​ລົມ​ປະ​ດິດ​ຄິດ​ສ້າງຢູ່​ປະ​ເທດ​ອື່ນ. ດັ່ງ​ນັ້ນ, ພວກ​ເຮົາ​ເຫັນ​ວ່າ, ບັນ​ດາ​ນັກ​ຖ່າຍ​ຮູບບໍ່​ພຽງ​ແຕ່​ມີ​ຄວາມ​ສົນ​ໃຈ​ໂຄ​ສະ​ນາ​ປະ​ເທດ​ຂອງ​ເຂົ້າ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ລວມ​ໃຫ້​ປະ​ຊາ​ຄົມ​ອາ​ຊຽນ ສາ​ມັກ​ຄີ​ອີ​ກ​ດ້ວຍ”.

ຂ່າວ/ບົດ​ອື່ນ