ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພິເສດ ເພື່ອແນໃສ່ໂຄສະນາພາບພົດມະນຸດ ແລະ ວັດທະນະທຳພື້ນເມືອງຫວຽດນາມ.
ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ - ảnh 1(ຄະນະໄປຢ້ຽມຢາມ ແລະ ພົບປະແລກປ່ຽນວັດທະນະທຳຢູ່ສູນການຄ້າ ຊາປາ)

ວັນທີ 22 ມິຖຸນາ, ສະຫະສະມາຄົມພັນລະຍາ, ສາມີໃນຄະນະທູຕານຸທູດປະຈຳສ.ເຊັກໂກ (DSA) ໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນວັດທະນະທຳຢູ່ສູນການຄ້າ ຊາປາ ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພິເສດ ເພື່ອແນໃສ່ໂຄສະນາພາບພົດມະນຸດ ແລະ ວັດທະນະທຳພື້ນເມືອງຫວຽດນາມ.

        ເມື່ອແລກປ່ຽນກ່ຽວກັບນັກຂ່າວ VOV, ພັນລະຍາຂອງເອກອັກຄະລັດທູດຫວຽດນາມ ປະຈຳສ.ເຊັກໂກ ທ່ານນາງ ຫງວຽນທຽນງາ ໃຫ້ຮູ້ວ່າ, ທ່ານນາງມີຄວາມເປັນກຽດທີ່ໄດ້ເປັນຂົວເຊື່ອມຕໍ່ນຳພັນລະຍາ, ສາມີໃນຄະນະທູຕານຸທູດໄປຢ້ຽມຢາມ ແລະ ຊອກຮູ້ບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ ຢູ່ສູນການຄ້າຊາປາ.

        “ພວກຂ້າພະເຈົ້າປາດຖະໜາຢາກຈັດຕັ້ງບັນດາການໄປຢ້ຽມຢາມເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ຢ່າງເປັນປະຈຳເພື່ອໂຄສະນາແນະນຳວັດທະນະທຳຂອງຊາວຫວຽດນາມ ອອກສູ່ໂລກ. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ປາດຖະໜາວ່າ ພໍ່ແມ່ປະຊາຊົນຈະມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບການເຄື່ອນໄຫວອັນຕັ້ງໜ້າຂອງສະຫະສະມາຄົມພັນລະຍາ, ສາມີໃນຄະນະທູຕານຸທູດປະຈຳສ.ເຊັກໂກ ແລະ ພ້ອມກັນໜູນຊ່ວຍສະຖານທູດປະຕິບັດວຽກງານກຸສົນຢູ່ສ.ເຊັກໂກ ໃຫ້ເປັນຢ່າງດີກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ