ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ນິວຊີແລນ ຜ່ານບັນດາຜູ້ປິຊາສາມາດໜຸ່ມ

(VOVWORLD) - ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ທີ່ນະຄອນຫຼວງ Wellington ທີ່ຫາກໍ່ດຳເນີນງການສະແດງສິລະປະພິເສດຂອງບັນດານ້ອງນ້ອຍທີ່ມາຈາກ ຫວຽດນາມ. 

ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ນິວຊີແລນ ຜ່ານບັນດາຜູ້ປິຊາສາມາດໜຸ່ມ - ảnh 1 ການສະແດງຂອງພວກນ້ອງນ້ອຍທີ່ລາຍການ

(ພາບ: Khánh Linh/Vietnam+)

ເຂົ້າຮ່ວມການສະແດງມີທ່ານ ຫງວຽນວຽດຢູ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ພ້ອມກັບບັນດາລູກຫຼານຂອງຄອບຄົວຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ Wellington. ນີ້ແມ່ນການສະແດງເທື່ອທຳອິດໃນລາຍການສະແດງສິລະປະໂດຍບັນດານັກສະແດງເປັນເດັກນ້ອຍທີ່ມີຄວາມປີຊາສາມາດ ເພື່ອແນໃສ່ໂຄສະນາວັດທະນະທຳ ຫວຽດນາມ ຢູ່ບັນດາໂຮງຮຽນຢູ່ ນິວຊີແລນໃນ 2 ອາທິດຈະມາເຖິງ. ກ່າວຄຳເຫັນໄຂລາຍການສະແດງ, ທ່ານເອກອັກຄະລັດຖະທູດ ຫງວຽນວຽດຢູ້ງ ໃຫ້ຮູ້ວ່າ ນີ້ແມ່ນໂອກາດທີ່ດີເພື່ອໂຄສະນາວັດທະນະທຳ ຫວຽດນາມ ຜ່ານບັນດາຜູ້ປີຊາສາມາດໜຸ່ມ ແລະ ກໍ່ແມ່ນໂອກາດເພື່ອໃຫ້ພວກລູກຫຼານໃນຄອບຄົວໃນປະຊາຄົມຊາວ ຫວຽດນາມ ຢູ່ ນິວຊີແລນ ປະຕິບັດຕາມ, ບໍ່ພຽງແຕ່ສູ້ຊົນຮ່ຳຮຽນເປັນຢ່າງດີເທົ່ານັ້ນ ຫາກຍັງໄດ້ຝຶກຝົນຫຼໍ່ຫຼອມຄວາມປີຊາສາມາດກ່ຽວກັບດົນຕີ, ຮ້ອງລຳທຳເພງ… ເພື່ອຮັກສາ ແລະ ໂຄສະນາຄວາມງາມດ້ານວັດທະນະທຳ ຫວຽດນາມ ໃນເຂດດິນແດນນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ