ໂຄສະນາວັດທະນະທຳບັນດາເຜົ່າເຂດຜູ້ດອຍທາງພາກເໜືອ ຫວຽດນາມ

(VOVWORLD) -ນັບແຕ່ວັນທີ 29 ເມສາ ຫາວັນທີ 03 ພຶດສະພາ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຈະດຳເນີນການເຄື່ອນໄຫວຫຼາຍຢ່າງ ໂຄສະນາສີສັນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍບັນດາຊົນເຜົ່າເຂດ ໄຕບັກ, ດົງບັກ.
ໂຄສະນາວັດທະນະທຳບັນດາເຜົ່າເຂດຜູ້ດອຍທາງພາກເໜືອ ຫວຽດນາມ - ảnh 1ງານຕະຫຼາດນັດເຂດພູສູງ
(ພາບ: hanoimoi.com.vn)

ວັນທີ 24 ເມສາ, ຄະນະຄຸ້ມຄອງບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ປະກາດລາຍການວັດທະນະທຳ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ ວັນກຳມະກອນສາກົນ 01 ພຶດສະພາ.

      ຕາມນັ້ນແລ້ວ, ນັບແຕ່ວັນທີ 29 ເມສາ ຫາວັນທີ 03 ພຶດສະພາ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຈະດຳເນີນການເຄື່ອນໄຫວຫຼາຍຢ່າງ ໂຄສະນາສີສັນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍບັນດາຊົນເຜົ່າເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໜືອ), ດົງບັກ (ທິດຕາເວັນອອກສ່ຽງເໜືອ). ເຫດການພົ້ນເດັ່ນແມ່ນ “ງານຕະຫຼາດນັດເຂດພູສູງ - ເຊີນລາ ຈຸດນັດພົບ” ດ້ວຍບັນດາຮ້ານວາງສະແດງຜະລິດຕະພັນອາຊີບຫັດຖະກຳ, ອາຫານການກິນທີ່ເປັນເອກະລັກສະເພາະ, ສະແດງສິລະປະທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າຢູ່ແຂວງ ເຊີນລາ. ໃນຂອບເຂດການເຄື່ອນໄຫວ, ຍັງມີເຫດການວາດພາບເຖິງງານບຸນຕ່າງໆຂອງບັນດາເຜົ່າຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ