ໂຄສະນາວັດທະນະທຳຫວຽດນາມຢູ່ງານຕະຫຼາດນັດອາຊຽນ Bazar ທີ່ອາກຊັງຕິນ

(VOVWORLD) -ວັນທີ 06 ເມສາ, ບັນດາປະເທດອາຊຽນ ທີ່ມີສຳນັກງານຕາງໜ້າດ້ານການທູດປະຈຳອາກຊັງຕິນ ລວມມີ: ຫວຽດນາມ, ມາເລເຊຍ, ໄທ, ຟີລິບປິນ ແລະ ອິນໂດເນເຊຍ ໄດ້ຈັດງານຕະຫຼາດນັດ Bazar ປະຈຳປີ

ໂຄສະນາວັດທະນະທຳຫວຽດນາມຢູ່ງານຕະຫຼາດນັດອາຊຽນ Bazar ທີ່ອາກຊັງຕິນ - ảnh 1 ງານຕະຫຼາດນັດອາຊຽນ Bazar ທີ່ອາກຊັງຕິນ

(ພາບ: TTXVN)

ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ແລະ ໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດສະມາຊິກ, ພ້ອມທັງຍົກສູງຄວາມເຂົ້າໃຈ ແລະ ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືກັບປະເທດປະຈຳຖິ່ນ.

        ໃນຂອບເຂດງານຕະຫຼາດນັດ, ສະຖານທູດຫວຽດນາມ ໄດ້ວາງສະແດງ, ແນະນຳບັນດາຜະລິດຕະພັນທີ່ເປັນມູນເຊື້ອຄື: ພາບແຕ້ມສີຂັດມັນ, ກຸບ, ຊຸດເສື້ອຍາວ ແລະ ບັນດາອາຫານການກິນທີ່ເປັນເອກະລັກສະເພາະຄື: ເຟີ, ແນມ ອັນໄດ້ສ້າງຄວາມປະທັບໃຈຕໍ່ແຂກເຂົ້າຮ່ວມເປັນຈຳນວນຫຼາຍ. ສະຖານທູດຫວຽດນາມ ກໍໄດ້ໂຄສະນາກ່ຽວກັບບັນດາເຂດປູຊະນີຍະສະຖານທີ່ມີຊື່ສຽງຂອງຫວຽດນາມ, ຊ່ວຍໃຫ້ນັກທ່ອງທ່ຽວຜູ້ມັກຄົ້ນຫາຈະມີໂອກາດໄປທ່ອງທ່ຽວຢູ່ຫວຽດນາມ ເພີ່ມຄວາມເຂົ້າໃຈກ່ຽວກັບບັນດາສະຖານທີ່ທີ່ຈະມາຢ້ຽມຢາມຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ