ໂຄສະນາວັດທະນະທຳຫວຽດນາມຢູ່ງານບຸນນາໆຊາດຂອງສ.ເຊັກໂກ

ໂຄສະນາວັດທະນະທຳຫວຽດນາມຢູ່ງານບຸນນາໆຊາດຂອງສ.ເຊັກໂກ - ảnh 1
ການສະແດງສິລະປະຂອງ ຫວຽດນາມ

(vovworld) –  ງານ​ບຸນ​ວັດທະນະທຳ​ນາໆ​ຊາດ​ຖືກ​ຈັດ​ຕັ້ງ​​ໃນ​ວັນ​ທີ 14/4, ຢູ່​ນະຄອນ Zlin ຂອງ ສ. ​ເຊັກ​ໂກ. ງານ​ບຸນ​​ໂດຍ​ສະມາຄົມ​ນັກ​ສຶກສາ​ພະ​ແນ​ກສື່ສານ​ຫຼາຍ​ປະ​ເພດ​ຂອງ​ມະຫາວິທະຍາ​ໄລ​ສັງ​ລວມ Tomas Bat’a ຂອງ​ນະຄອນ Zlin ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ແນະນຳ​ໃຫ້​ປະຊາຊົນ ສ. ​ເຊັກ​ໂກ ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊ​ື້ອຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ປີ​ນີ້, ຫວຽດນາມ ​ແລະ ​ແອດ​ສະ​ປາຍ ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່​ອ​ແນະນຳ​ພື້ນຖານ​ວັດທະນະທຳ​ຂອງ​ຕົນ​ເຖິງ​ປະຊາຊົນ ສ. ​ເຊັກ​ໂກ. ທ່ານ Lukas Koutny, ຜູ້​ອຳນວຍ​ການ​ໂຄງການ​ຈັດ​ຕັ້ງ​ງານ​ບຸນ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ ຫວຽດນາມ ຍ້ອນ​ວ່າ​ປະຊາຊົນ ​ເຊັກ​ໂກ ບໍ່​ທັນ​ມີ​ຄວາມ​ຮູ້​ຫຼາຍ​ກ່ຽວ​ກັບປະ​ເທດ ຫວຽດນາມ. ຊຳ້​ບໍ່​ໜຳ, ມີ​ຫຼາຍ​ຄົນ​ບໍ່​ທັນ​ຮູ້​ເຖິງ​ອາຫານ​ການ​ກິນ ຫຼື ດ້ານ​ອື່ນໆ​​ໃນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຫວຽດນາມ. ດັ່ງ​ນັ້ນ, ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຢາກ​ແນະນຳ​ພື້ນຖານ​ວັດທະນະທຳ ຫວຽດນາມ, ພ້ອມ​ທັງ​ລົບ​ລ້າງ​ຮົ້ວ​ກີດຂວາງ​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ.”

 


ຂ່າວ/ບົດ​ອື່ນ