ໂຄສະນາອາຫານການກິນ ຫວຽດນາມ ຢູ່ ເຢຍລະມັນ

(VOVWORLD) - ບັນດາຮ້ານວາງສະແດງຂອງ 35 ສະຖານທູດປະເທດຕ່າງໆໄດ້ວາງສະແດງ, ແນະນຳ ກ່ຽວກັບວັດທະນະທຳ ແລະ ອາຫານການກິນຂອງປະເທດຕົນ. ແຂກທ່ອງທ່ຽວກໍ່ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ

ໃນລະຫວ່າງວັນທີ 21 – 22 ເມສາ, ຢູ່ສູນບັນເທີງ FEZ, ທີ່ນະຄອນຫຼວງ ແບກແລງ, ສ. ສະຫະພັນ ເຢຍລະມັນ ໄດ້ຈັດຕັ້ງງານບຸນອາຫານການກິນສາກົນ Delicanto 2018. ບັນດາຮ້ານວາງສະແດງຂອງ 35 ສະຖານທູດປະເທດຕ່າງໆໄດ້ວາງສະແດງ, ແນະນຳ ກ່ຽວກັບວັດທະນະທຳ ແລະ ອາຫານການກິນຂອງປະເທດຕົນ. ແຂກທ່ອງທ່ຽວກໍ່ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງປະເທດເຂົ້າຮ່ວມເຫດການນີ້.

        ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ແນະນຳເຖິງເພື່ອນມິດສາກົນອາຫານບາງເຍື່ອງທີ່ເປັນເອກະລັກສະເພາະ ພ້ອມກັບບັນດາລາຍການສະແດງສິລະປະໂດຍລູກຫຼານພະນັກງານ ເຮັດວຽກຢູ່ສະຖານທູດ ຫວຽດນາມ ສະແດງ. ບັນດາເຍື່ອງອາຫານໄດ້ຮັບການແນະນຳໃນຮ້ານວາງສະແດງຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບຄຳຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຈາກແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ