ໂຄສະນາອາຫານການກິນ ແລະ ວັດທະນະທຳ ຫວຽດນາມ ທີ່ເຫດການເດືອນ Francophonie ຢູ່ ມາເລເຊຍ

(VOVWORLD) -ເຫດການໄດ້ໄຂຂຶ້ນແຕ່ວັນທີ 10 ມີນາ, ຢູ່ນະຄອນຫຼວງ ກົວລາລຳເປີ.
ໂຄສະນາອາຫານການກິນ ແລະ ວັດທະນະທຳ ຫວຽດນາມ ທີ່ເຫດການເດືອນ Francophonie ຢູ່ ມາເລເຊຍ - ảnh 1(ພາບປະກອບ: TTXVN)

        ຫວຽດນາມ ພ້ອມກັບ 9 ປະເທດອື່ນຕາງໜ້າໃຫ້ບັນດາປະເທດສະມາຊິກ ແລະ ນັກສັງເກດການຂອງອົງການໃຊ້ພາສາຝລັ່ງ ສາກົນ (OIF) ໄດ້ຈັດການເຄື່ອນໄຫວໂຄສະນາກ່ຽວກັບອາຫານການກິນ ແລະ ວັດທະນະທຳທີ່ເຫດການປະຈຳປີເດືອນ Francophonie ຢູ່ ມາເລເຊຍ.

        ເຫດການໄດ້ໄຂຂຶ້ນແຕ່ວັນທີ 10 ມີນາ, ຢູ່ນະຄອນຫຼວງ ກົວລາລຳເປີ. ເຂົ້າຮ່ວມເຫດການ, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ແນະນຳຕໍ່ເພື່ອນມິດສາກົນບັນດາເຍື່ອງອາຫານພື້ນເມືອງ ຫວຽດນາມ ແລະ ເພື່ອນມິດສາກົນຫຼາຍຄົນຮູ້ຈັກເຖິງຄື: ແໜມຈືນ, ແໜມພັນ, ແບງກວນ… ພ້ອມກັບບາງຜະລິດຕະພັນກະເສດທີ່ມີຊື່ສຽງອຶ່ນຂອງ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານອຸປະທູດຊົ່ວຄາວ ຢູແກຼນ ປະຈຳ ມາເລເຊຍ Denys Mykhailyuk ຢືນຢັນວ່າ, ການເຄື່ອນໄຫວນີ້ຂອງ OIF ແມ່ນເພື່ອສະແດງໃຫ້ເຫັນຄວາມສາມັກຄີຢ່າງຕັ້ງໜ້າລະຫວ່າງ 54 ສະມາຊິກ, 7 ສະມາຊິດຮ່ວມສຳພັນ ແລະ 27 ປະເທດສັງເກດການ, ລວມມີປະຊາກອນ 321 ລ້ານຄົນເວົ້າພາສາ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ