ໂຄສະນາອາຫານຫວຽດນາມຢູ່ອິນເດຍ

ໂຄສະນາອາຫານຫວຽດນາມຢູ່ອິນເດຍ - ảnh 1
ໂຄສະນາອາຫານ ຫວຽດນາມ ຢູ່ ອິນເດຍ
(ພາບ: ຫວຽດນາມ+)

(vovworld) – ​ ຕອນ​ຄ່ຳວັນ​ທີ 02/07 ຢູ່​ໂຮງ​ແຮ​ມ 5 ດາວ Trident Gurgaon ທີ່​ລັດ Haryana ຂອງ ອິນ​ເດຍ, ສະຖານທູດ ຫວຽດນາມ ​ແລະ ​ໂຮມ​ແຮມ Trident Gurgaon ສົມທົບ​ກັນ​ຈັດ​ຕັ້ງ​ງານ​ໂຄສະນາ​ອາຫານການ​ກິນ ຫວຽດນາມ. ​​ສຳນັກ​ຂ່າວສານ​ ​​ແລະ ສື່​ມວນ​ຊົນ​ຂອງ ອິນ​​ເດຍ​ ຫລາຍ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ເຫດການ​ຄັ້ງ​ນີ້ ​ເພື່ອ​ອອກ​ຂ່າວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​​ໂຕນ​ຊິງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ແນະນຳ​ອາ​ຫານການ​ກິນ ຫວຽດນາມ ທີ່​​ອຸດົມສົມ​ບູນ ​ແລະ ຫລາຍ​ຮູບ​ຫລາຍ​ແບບ. ທ່ານ​ເອກອັກຄະ​ລັດຖະທູດ ໂຕນ​ຊິງ​ແທ່ງ ຖື​ວ່າ: ​ໂດຍ​ຜ່ານ​ບັນດາ​ເຍື່ອງ​ອາຫານການ​ກິນ ຫວຽດນາມ, ​ເພື່ອນ​ມິດສາ​ກົນສາມາດ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ວັດທະນະທ​​ຳ ອາຫານ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ວັດທະນະທ​​ຳ ຫວຽດນາມ ​ເວົ້າ​ລວມ.

        ທີ່​ງານ​ໂຄສະນາ​ອາຫານການ​ກິນ ຫວຽດນາມ, ​ພໍ່ຄົວ 2 ຄົນ​ຄື ຢວານ​ວັນ​ຕ໋ວນ ​ແລະ ຫງວຽນ​ຮູ​ຍຮ່ວາງ ຂອງ​ໂຮງ​ແຮມ Furama ດ່າ​ໜັງ ​ໄດ້​ແນະນຳ​ເຖິງ​ແຂກ​​ເຂົ້າ​ຮ່ວມ​ງານ​ດັ່ງກ່າວບັນດາ​ເຍື່ອງ​ອາຫານທີ່​ມີຊື່​ສຽງ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ