ໂຄສະນາເຜີຍແຜ່Top40ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມປີ2015

ໂຄສະນາເຜີຍແຜ່Top40ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມປີ2015 - ảnh 1
(ພິທີປະກາດ​ບັນຊີ​ລາຍ​ຊື່ 40 ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີ
ຂໍ້ມູນ​ຂ່າວສານແຖວ​ໜ້າ ຫວຽດນາມ ປີ 2015)

(vovworld) – ສະຫະ​ສະມາຄົມຊອບແວ ​ແລະ ການບໍລິ​ການ​ເຕັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານ ຫວຽດນາມ (VINASA) ວັນ​ທີ 12/10 ປະກາດ​ບັນຊີ​ລາຍ​ຊື່ 40 ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານແຖວ​ໜ້າ ຫວຽດນາມ ປີ 2015.  ​​40 ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານ​ແຖວ​ໜ້າ ຫວຽດນາມ ປີ​ນີ້​ມີ​ຍອດ​ລາຍ​ຮັບ 14.000 ຕື້​ກ່ວາ​ດົ່ງ, ​ສາມາດແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້ 23.300 ກ່ວາ​ຄົນ. ທ່ານ ​ເຈືອງ​ຢາ​ບິ່ງ, ປະທານ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ວິ​ສາ​ຫະກິດ 40 ​ແຫ່ງ​ຈະ​ໄດ້​ຮັບ​ການ​ແນະນຳ, ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ເຖິງ​ບັນດາ​ຄູ່​ຮ່ວມ​ມື​ຢູ່ 100 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ. ທ່ານ​ໃຫ້​ຮູ້​ວ່າ:

        “ ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ: ດ້ວຍ​ການ​ແນະນຳ 40 ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານແຖວ​ໜ້າ​ໃນ​ຄັ້ງນີ້, ປະຊາ​ຄົມ​ຈະ​ເອົາ​ໃຈ​ໃສ່​ກ່ວາ​ອີກ ​ເລື່ອງ​ນຳ​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ​ໂດຍ​ຜ່ານ​ການ​ຄົ້ນຄວ້າ, ໜູນ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຢີ​ໃໝ່, ທ່າ​ອ່ຽງ​ໃໝ່, ສະຫະ​ສະມາຄົມ​ຈະ​ໜູນ​ຊ່ວຍ​ພັດທະນາ​ບັນດາ​ກຸ່ມ​ບໍລິສັດ​ໃໝ່, ມີ​ຈິດ​ໃຈ​ດຳ​ເນີນ​ທຸລະ​ກິດ, ພ້ອມ​ກັນນັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ຍີ່ປຸ່ນ”.


ຂ່າວ/ບົດ​ອື່ນ