ໂຄສະນາເຜີຍແຜ່ສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ

ໂຄສະນາເຜີຍແຜ່ສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່​ສະ​ເຫຼີມ
ສະຫຼອງ 70 ​ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/7, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່​ສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຫວຽດນາມ (6/1/1946 – 6/1/2016). ທີ່​ກອງ​ປະຊຸມ, ຜູ້​ຕາງ​ໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ສົມທົບ​ກັນໂຄສະນາ​ເຜີນ​ແຜ່​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ​​ເພື່ອເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນບັນດາ​ພາຫະນະສື່​ມວນ​ຊົນ

        ຕາມ​ແຜນການ​ແລ້ວ, ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ພິທີສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະເທດຄັ້ງ​ທຳ​ອິດ ລວມມີ: ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ລະດັບ​ຊາດ; ງານພົບ​ປະສ້າງສັນ​​ສະມາຊິກ​ສະພາ​ແຫ່ງ​ຊາດລຸ້ນຕ່າງໆ; ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ “ສະພາ​ແຫ່ງ​ຊາດ ຫວຽດນາມ 70 ປີ​ແຫ່ງ​ວັນ​ສ້າງ​ຄັ້ງ ​ແລະ ພັດທະນາ”; ພິມ​ຈຳໜ່າຍ​ສື່​ສິ່ງ​ພິມ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ 70 ປີ​ແຫ່ງ​ວັນ​ສະພາ​ແຫ່ງ​ຊາດ ຫວຽດນາມ…

ຂ່າວ/ບົດ​ອື່ນ