ໂຄສະນາເຜີຍແຜ່ໝາກມ່ວງຫິມະພານຫວຽດນາມຢູ່ຮົ່ງກົງ(ຈີນ)

ໂຄສະນາເຜີຍແຜ່ໝາກມ່ວງຫິມະພານຫວຽດນາມຢູ່ຮົ່ງກົງ(ຈີນ) - ảnh 1
ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານ​ຕະຫລາດນັດ
ວາງສະ​ແດງ​ຜະລິດ​ຕະພັນ​ອຸດສາຫະກຳ ຮົ່ງກົງ
(ພາບ: vietnam+)

(vovworld) – ວັນ​ທີ 12/12, ງານ​ຕະຫລາດນັດ - ວາງສະ​ແດງ​ຜະລິດ​ຕະພັນ​ອຸດສາຫະກຳ ຮົ່ງກົງ ຄັ້ງ​ທີ 50 ຖືກ​ໄຂ​ຂຶ້ນ​ຢູ່ ສວນສາທາລະນະ Victoria ​ໃນ​ເກາະ ຮົ່ງກົງ (ຈີນ). ໝາກມ່ວງ​ຫິມະ​ພານ​ຂອງ ຫວຽດນາມ ​​ໂດຍບໍລິສັດ​ພັດທະນາ​ການ​ຄ້າ Viet Kwong ນຳ​ມາ​ໂຄສະນາ​​ຢູ່​ງານ​ຕະຫລາດນັດ - ວາງສະ​ແດງ​ຄັ້ງ​ນີ້. ໝາກມ່ວງ​ຫິມະ​ພານ​ ຫວຽດນາມ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດຈາກ​ຊາວ ຮົ່ງກົງ (ຈີນ). ງານ​ຕະຫລາດນັດ - ວາງສະ​ແດງ ​ດຳ​ເນີນ​ແຕ່​ວັນ​ທີ 12/12/2015 ​ເຖິງ ວັນ​ທີ 4/1/2016, ຄະນະ​ຈັດ​ຕັ້ງຄາດ​ຄະ​ເນ​ວ່າ ງານ​ຕະຫລາດນັດ - ວາງສະ​ແດງປີ​ນີ້ ຈະ​ດຶງ​ດູດ​​ແຂກ​ມາ​ຢາມ ​ແລະ ຊື້​ເຄື່ອງ​ຂອງປະມານ 3,5 ລ້ານ​ເທື່ອ​ຄົນ.

 

ຂ່າວ/ບົດ​ອື່ນ