ໂຄສະນາ,ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດໄຕງວຽນ

ໂຄສະນາ,ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດໄຕງວຽນ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 18/3, ຢູ່​ເຮືອນຣົງ Kon K’Lor ​ແລະ ຫໍພິພິຕະພັນ​ແຂວງ ກອນ​ຕຸ​ມ ​ໄດ້​ໄຂ​ງານ​ບຸນ​ແກະຄວັດ​ສະຫຼັກ​ຮູບ​ໄມ້​ພື້ນ​ເມືອງ, ຜະລິດ​ເຄື່ອງ​ດົນຕີ​ ​ແລະ ວາງ​ສະ​ແດງ​ວັດທະນະທຳ ​ໄຕ​ງວຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ເຫດການ​ງານ​ລາຕີ​ສິລະ​ປະ​ພື້ນ​ເມືອງ​ເຂດ ​ໄຕ​ງວຽນ ​ຕິດ​ພັນ​ກັບ​ສັບ​ປະດາ ວັດທະນະທຳ - ທ່ອງ​ທ່ຽວ ​ແຂວງ ກອນ​ຕຸ​ມ ຄັ້ງ​ທີ 3 ປີ 2016 ຊຶ່ງຈັດ​ຕັ້ງ​ແຕ່ວັນ​ທີ 18 – 20/3, ​ເພື່ອ​ແນ​ໃສ່​ແນະນຳ​ສັງ​ລວມກ່ຽວ​ກັບ​ມໍລະດົກ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ທີ່​ດຳ​ລົງ​ຊີວິດ​ເປັນ​ເວລາ​ຍາວ​ນານ​ຢູ່​ໄຕ​ງວຽນ. ງານ​ວາງສະ​​ແດງ​ວັດທະນະທຳ ​ໄຕ​ງວຽນ ​​ໄດ້​ແນະນຳ​ເຖິງ​ມະຫາຊົນ​ບັນດາ​ວັດຖຸ, ຮູບ​ພາບ​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ ​ແລະ ການ​ດຳລົງ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ຢູ່​ໄຕ​ງວຽນ. ການ​​ເຄື່ອນ​ໄຫວ​ຕ່າງໆ​ດັ່ງກ່າວ​ເພື່ອ​ເຊີດ​ຊູ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພໍ​່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ໄຕ​ງວຽນ, ປະກອບສ່ວນ​ຍົກ​ສູງ​ສະຕິ​ຮັກສາ, ​ໂຄສະນາ, ​ແນະນຳ​ກ່ຽວ​ກັບ​ປະຊາຊົນ, ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ໄຕ​ງວຽນ ​ເຖິງ​ເພື່ອນ​ມິດ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.


ຂ່າວ/ບົດ​ອື່ນ