ໂຄສະນາໂຄງການ FIRST ກັບນັກປັນຍາຊົນ ຫວຽດນາມ ຢູ່ລາຊະອານາຈັກອັງກິດ

ໂຄສະນາໂຄງການ FIRST ກັບນັກປັນຍາຊົນ ຫວຽດນາມ ຢູ່ລາຊະອານາຈັກອັງກິດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັງກິດ ຫງວຽນ​ວັນ​ທາວ
(ພາບ: vietnamplus.vn)


(vovworld) – ວັນ​ທີ 22/11, ຄະນະ​ປະ​ຕິ​ບັດ​ງານ​ຂອງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໄດ້​ຈັດການ​ໂອ້​ລົມ​ສັນທະ​ນາ​ແນະນຳ​ໂຄງການ “ຍູ້​ແຮງ​ການ​ປ່ຽນ​ໃໝ່, ປະດິດຄິດ​ສ້າງ ຜ່ານ​ການ​ຄົ້ນຄວ້າ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ” (FIRST) ກັບ​ບັນດາ​ຜູ້ຊ່ຽວຊານ, ນັກ​ປັນຍາ​ຊົນ​ຫວຽດນາມ ພວມ​ເຮັດ​ວຽກ​ຢູ່​ລາ​ຊະ​ອານາຈັກ​ອັງກິດ.

        ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັງກິດ ຫງວຽນ​ວັນ​ທາວ ຢືນຢັນ​ວ່າ ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງ​ກິດ ພ້ອມ​ແລ້ວ​ຈະ​ສວນ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ນັກ​ປັນຍາ​ຊົນ​ຫວຽດນາມ ປະຈຳ​ອັງ​ກິດ ກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ FIRST ​ເພື່ອ​​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ໂຄງການ. ມີ​ບັນດາ​ຂົງ​ເຂດ​ແຕກ​ຕ່າງ​ກັນ​ຄື: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ ​ແລະ ກະສິກຳ, ວັດ​ສະດຸ​ໃໝ່… ບັນດາ​ຜູ້​ຊ່ຽວສານ, ນັກ​ປັນຍາ​ຊົນ​ຫວຽດນາມ ປະຈຳ​ອັງ​ກິດ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ຕັ້ງຄຳ​ຖາມ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ໂຄງການ FIRST ຢ່າງ​ເລິກເຊິ່ງກວ່າ. ພ້ອມ​ກັນ​ນັ້ນ, ​ເຂົາ​ເຈົ້າ​ກໍ່​ປາດ​ຖະໜ້າ​ຢາກ​ຫັນ​ເປ​ັນລະອຽດ​ຫຼາຍ​ກວ່າສຳລັບບັນດາ​ການ​ໜູນ​ຊ່ວຍ​ໃຫ້​ຜູ້​ຊ່ຽວສານ, ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເມື່ອ​ເຂົ້າ​ຮ່ວມ​ໂຄງການ FIRST.

ຂ່າວ/ບົດ​ອື່ນ