ໂຄສະນາໝາກລິນຈີ່ສົດຫວຽດນາມ ຢູ່ໂຮນລັງ

(VOVWORLD) -ໝາກລິນຈີ່ງວດນີ້ທີ່ໄດ້ນຳມາວາງຂາຍຢູ່ ຮ້ານຊັບພະສິນຄ້າ ແທັງຮຸ່ງ ແມ່ນງວດລິນຈີ່ມາຈາກແຂວງ ແທັງຮ່າ, ແຂວງ ຫາຍເຢືອງ.
ໂຄສະນາໝາກລິນຈີ່ສົດຫວຽດນາມ ຢູ່ໂຮນລັງ - ảnh 1(ລາຍການ “Vietnam fresh golden lychees – Taste it, love it”)

ລາຍການ “Vietnam fresh golden lychees Taste it, love it” ໄດ້ດຳເນີນຢູ່ນະຄອນ Spijkenisse, ປະເທດ ໂຮນລັງ ໃນວັນທີ 19 ມິຖຸນາ, ໂດຍອົງການການຄ້າຫວຽດນາມ ປະຈຳໂຮນລັງ ສົມທົບກັບບໍລິສັດ LTP Import Export BV ແລະ ຮ້ານຊັບພະສິນຄ້າ ແທັງຮຸ່ງ ຈັດຕັ້ງ. ແຂກຖືກເຊີນແມ່ນຊາວໂຮນລັງ, ໄທ, ອິນໂດເຍເຊຍ, ຫວຽດນາມ ທີ່ພວມດຳລົງຊີວິດຢູ່ເຂດ Spijkenisse. ຜູ້ຕາງໜ້າຮ້ານຊັບພະສິນຄ້າ ແທັງຮຸ່ງ ໃຫ້ຮູ້ວ່າ, ໃນສະພາບການທີ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຢູ່ພາຍໃນປະເທດ ພວມມານະພະຍາຍາມຫຼາຍຢ່າງ ເພື່ອສົ່ງໝາກລິນຈີ່ມີຄຸນນະພາບສູງອອກສູ່ໂລກ, ຮ້ານຊັບພະສິນຄ້າ ແທັງຮຸ່ງ ກໍ່ປາດຖະໜາຢາກແມ່ນຂົວເຊື່ອມຕໍ່ດຳເນີນທຸລະກິດສິນຄ້າດັ່ງກ່າວຢູ່ໂຮນລັງ. ໝາກລິນຈີ່ງວດນີ້ທີ່ໄດ້ນຳມາວາງຂາຍຢູ່ ຮ້ານຊັບພະສິນຄ້າ ແທັງຮຸ່ງ ແມ່ນງວດລິນຈີ່ມາຈາກແຂວງ ແທັງຮ່າ, ແຂວງ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ