ໂຈະການຍິງດາວ ທຽມສຳຫຼວດທາງ ໄກ VNREDSat-1 ຂອງຫວຽດນາມ

ໂຈະການຍິງດາວ ທຽມສຳຫຼວດທາງ ໄກ VNREDSat-1 ຂອງຫວຽດນາມ - ảnh 1
ທ່ານ​ດຣ ບູ່​ຍຈ້ອງ​ຕວຽນທີ່​ພິທີ​ປະກາດ​ເຫດການ

(ພາບ: vov.vn/)

(vovworld)- ​​​ອົງການ​ອາ​ວະ​ກາດ​ເອີ​ລົບ (ESA) ​ແລະ ບໍລິສັດ Arianespace ​ໄດ້ຕົກລົງ​ໂຈະ​ການ​ຍິງດາວທຽມສຳຫຼວດທາງໄກ VNREDSat-1 ຂອງ​ຫວຽດນາມ ​ເຂົ້າວົງ​ໂຄຈອນ​ໄວ້ ​ຄື​ດັ່ງ​ການ​ຄາດ​ຄະ​ເນ​ໃນ​ເວລາ 9 ​ໂມງ​ຂອງ​ວັນ​ທີ 4/5 ຕາມ​ເວລາ​ຫວຽດນາມ. ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ, ສັງກັດ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໄດ້​ປະກາດ​ຄື​ດັ່ງກ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 4/5 ຢູ່​ຮ່າ​ໂນ້ຍ. ທ່ານ​ດຣ ບູ່​ຍຈ້ອງ​ຕວຽນ, ຮອງ​ຫົວໜ້າສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ-ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “​​ເງື່ອນ​ໄຂ​ດ້ານ​ເຕັກນິກ​ທັງ​ໝົ​ດ​ໄດ້​ຕອບ​ສະໜອງ​ຢ່າງ​ຄົບ​ຖ້ວນ​ແລ້ວ ​ແຕ່​ສາຍ​ເຫດ​ດຽວ​ຂອງ​ການ​ໂຈະ​ການ​ຍິງ​ດາວ​ທຽມ​ໃນ​ມື້​ນີ້​ແມ່ນ​ຍ້ອນ​ສະພາ​ບດິນ​ຟ້າ​ອາກາດ​ບໍ່​ເອື້​ອຍອຳນວຍ​ຄວາມ​ສະດວກ. ຕາມ​ການ​ລາຍງານ​ແມ່ນ​ລະດັບ​ລົມ​ສູງ​ກ່ວາລະ​ດັບ​ກຳນົດ. ຕາມ​ຂັ້ນຕອນ​ເຕັກນິກ​ແລ້ວ, ຈະ​ສາມາດໂຈະ​ການ​ຍິງດາວ​ທຽມ​ໄວ້​ໃນ​ເວລາ 1 ວັນ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ຖ້າ​ຫາກ​ວ່າ​ສະພາບ​ດິນ​ຟ້າ​ອາກາດ​ບໍ່​ໄດ້​ຮັບປະກັນ, ການ​ໂຈະ​ໄວ້​ອາດ​ຈະ​ຖືກ​ແກ່ຍາວ​ຕື່ມອີກ​

 

ຂ່າວ/ບົດ​ອື່ນ