ໂຈະເລື່ອງຍຸບເລີກອົງການອ້າຍນ້ອງມຸດສະລີມ

ໂຈະເລື່ອງຍຸບເລີກອົງການອ້າຍນ້ອງມຸດສະລີມ  - ảnh 1


(vovworld)- ວັນ​ທີ 24/9, ລັດຖະບານຊົ່ວຄາວ ອີ​ຢີບ ​ໃຫ້​ຮູ້​ວ່າ: ຈະ​​ໂຈະ​ເລື່ອງ​ຍຸບ​ເລີກ​ອົງການ​ອ້າຍ​ນ້ອງ​ມຸດ​ສະລີ​ມ  (MB) ຈົນ​ເຖິງ​ເ​​ວລາສິ້ນ​ສຸດ​ຂັ້ນ​ຕອນ​​ເປີດ​ການ​ດຳ​ເນີນ​ຄະດີ​ສຳລັບ​ບັນດາ​ສະມາຊິກ​ຂອງ​ຂະ​ບວນການ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ  Ahmed El Borai ລັດຖະມົນຕີ​ກະຊວງສາມັກຄີ​ສັງຄົມ ອີ​ຢີບ ​ໃຫ້​ຮູ້​ວ່າ: ກະຊວງ​ນີ້​ພວມ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ MB ຕາມ​ຄຳ​ຕັດສິນ​ຂອງ​ສານ. ​ໃນ​ຂະນະ​ນັ້ນ ຍັງ​ມີ​ແຫ​ລ່ງຂ່າວ​ຮັບ​ຮູ້​ວ່າ: MB ພວມ​ສ້າງ​ແຜນການ​ຟ້ອງ​ອຸທອນ​ຕໍ່​ຄຳ​ຕັດສິນ​ຍຸບ​ເລີກ​ອົງການ​ດັ່ງກ່າວໃນ​​ກຳນົດ​ເວລາ 10 ວັນ ຕາມ​ກົດໝາຍ. ກ່ອນ​ນັ້ນ​ມື້ຫນຶ່ງ ສານ Cairo ກ່ຽວ​ກັບ​ບັນດາ​ບັນຫາ​ຮີບ​ເຮັ່ງ​ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ຂອງ MB ພ້ອມ​ທັງ​ຮຽກຮ້ອງ​ປິດ​ລ້ອມ​ຊັບ​ສິນ​ຂອງ​ອົງການ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ ກາ​ນປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະຫນັບສະຫນູນ​ປະທານາທິບໍດີ Mohamed Morsi ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ ​ແລະ ຊາວ​ທ້ອງ​ຖິ່ນ​ຢູ່ Alexandria ຊື່​ງ​ແມ່ນ​ນະ​ຄອນ​​ແຫ່ງ​ໃຫຍ່​ທີ​ສອງ​ຢູ່ ອີ​ຢີບ.

ຂ່າວ/ບົດ​ອື່ນ