ໂຊ​ມາ​ລີ: ການ​ປະທະກັນ​ຢູ່ Somaliland ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​​ຢ່າງໜ້ອຍ​ສຸດ 34

(VOVWORLD) -Somaliland ຮຽກຮ້ອງແຍກຕົວອອກຈາກ ໂຊມາລີນັບແຕ່ປີ 1991, ແຕ່ຍັງບໍ່ທັນໄດ້ຮັບການຮັບຮອງເອົາຈາກສາກົນ. ການຂັດແຍ້ງກັນເກີດຂຶ້ນຢູ່ທາງທິດຕາເວັນອອກຕິດກັບ Puntland ເຊິ່ງແມ່ນໜຶ່ງໃນບັນດາເຂດເຄິ່ງປົກຄອງດ້ວຍຕົນເອງຂອງ ໂຊມາລີ.
ໂຊ​ມາ​ລີ: ການ​ປະທະກັນ​ຢູ່ Somaliland ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​​ຢ່າງໜ້ອຍ​ສຸດ 34 - ảnh 1ນັກຮົບ ໂຊມາລີ ໄປລາດຕະເວນ (ພາບ: AFP/TTXVN)

ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 34 ຄົນ ແລະ 40 ຄົນຖືກຮັບບາດເຈັບໃນການປະທະກັນທີ່ເກີດຂຶ້ນໃນວັນທີ 6 ກຸມພາຢູ່ Somaliland ເຊິ່ງແມ່ນເຂດຮຽກຮ້ອງ ແຍກຕົວອອກ ຢູ່ທາງທິດເໜືອ ປະເທດ ໂຊມາລີ. ອົງການພາຍໃນ Somaliland ໃຫ້ຮູ້ວ່າ ການປະທະກັນໄດ້ເກີດຂຶ້ນຢູ່ພາກຕາເວັນອອກ Somaliland ລະຫວ່າງບັນດາກຳລັງປະກອບອາວຸດທ້ອງຖິ່ນ ແລະ ກຳລັງຕ້ານລັດຖະບານ, ພາຍຫຼັງການແຫ່ຂະບວນປະທ້ວງຮຽກຮ້ອງສິດຄວບຄຸມບັນດາເຂດຂັດແຍ້ງກັນ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ ເປັນເວລາ 1 ເດືອນ. Somaliland ຮຽກຮ້ອງແຍກຕົວອອກຈາກ ໂຊມາລີນັບແຕ່ປີ 1991, ແຕ່ຍັງບໍ່ທັນໄດ້ຮັບການຮັບຮອງເອົາຈາກສາກົນ. ການຂັດແຍ້ງກັນເກີດຂຶ້ນຢູ່ທາງທິດຕາເວັນອອກຕິດກັບ Puntland ເຊິ່ງແມ່ນໜຶ່ງໃນບັນດາເຂດເຄິ່ງປົກຄອງດ້ວຍຕົນເອງຂອງ ໂຊມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ