ໂດດຈ້ອງຊົມທິວທັດ ອ່າວຮ່າລອງ

(VOVWORLD) - ເຫດການແມ່ນເພື່ອແນໃສ່ແນະນຳຄວາມງາມຂອງ ອ່າວ ຮ້າລອງ, ແຂວງ ກວາງນິງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
ໂດດຈ້ອງຊົມທິວທັດ ອ່າວຮ່າລອງ - ảnh 1ການສະແດງຂອງນັກໂດດຈ້ອງ

ວັນທີ 8 ຕຸລາ, ຢູ່ນະຄອນ ຮ້າລອງ, ແຂວງ ກວາງນິງ, ບໍລິສັດຫຸ້ນສ່ວນ ການຄ້າ ການບໍລິການ ໂດ໊ຢາງ ສົມທົບກັບບໍລິສັດ ຫຸ້ນສ່ວນການສື່ສານຈັດເຫດການ ແລະ ງານບຸນບາລູນສາກົນ KingSky ໄດ້ດຳເນີນສະຖິຕິ “ໂດດຈ້ອງແບບຕິດເຄື່ອງຈັກ (paramotor)  ທີ່ບິນເປັນກຸ່ມຫຼາຍທີ່ສຸດຢູ່ ຫວຽດນາມ”.

        ເຫດການແມ່ນເພື່ອແນໃສ່ແນະນຳຄວາມງາມຂອງ ອ່າວ ຮ້າລອງ, ແຂວງ ກວາງນິງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ມີນັກໂດດຈ້ອງ 80 ຄົນ ແລະ 60 ຈ້ອງຕິດເຄື່ອງຈັກ ໄດ້ສະແດງດ້ວຍບັນດາເຕັກນິກທີ່ງາມຕາ ແລະ ເປັນມືອາຊີບ. ນີ້ແມ່ນຈຳນວນນັກໂດດຈ້ອງ, ແບບຕິດເຄື່ອງຈັກ ຫຼາຍທີ່ສຸດທີ່ໄດ້ສະແດງຢູ່ ຫວຽດນາມ. ສູນຢັ້ງຢືນສະຖິຕິ ຫວຽດນາມ ໄດ້ມອບໃບຢັ້ງຢືນບັນລຸລະດັບສະຕິຖິໃຫ້ແກ່ບັນດານັກທີ່ໂດດຈ້ອງເຂົ້າຮ່ວມເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ