ໂທລະພາບເວເນຊູເອລາສາຍຮູບເງົາກ່ຽວກັບຫວຽດນາມໃນປະຈຸບັນ

ໂທລະພາບເວເນຊູເອລາສາຍຮູບເງົາກ່ຽວກັບຫວຽດນາມໃນປະຈຸບັນ - ảnh 1
(ພາບປະກອບ: An Hiếu/TTXVN)

(vovworld) – ວັນ​ທີ 4/5, ຊ່ອງ​ໂທລະພາບ Telesur ຂອງ​ເວ​ເນ​ຊູ​​ເອລາ ​ໄດ້​ສາຍຮູບ​ເງົາ​ເອກະສານ​ “ເສັ້ນທາງ​​ໄປຍັງປະ​ເທດໜຶ່ງທີ່ບໍ່​ຄົງ​ຕົວອີກ” ຂອງຜູ້​ກຳກັບທີ່​ມີ​ຊື່​ສຽງ​ຊາວ​ກຸຍ​ບາ Isabel Santos ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ
ສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ. ​ໃນ​ຮູບ​ເງົາ​ນີ້,​ ຜູ້​ກຳກັບ Isabel Santos ​ແລະ ນັກຖ່າຍ​ທຳ​ຮູບ​ເງົາ Ivan Napoles ​ໄດ້​ແນະນຳ​ການ​ປ່ຽນ​​ແປງ​ຕ່າງໆຂອງ​ຫວຽດນາມ ພາຍຫຼັງສົງຄາມ​ເປັນ​ເວລາ 40 ປີ.​ ນັກຖ່າຍ​ທຳ​ຮູບ​ເງົາ Ivan Napoles ​ແລະ ຜູ້​ກຳກັບ Santiago Alvarez ​ໄດ້​ມີໜ້າ​ຢູ່​ ຫວຽ​ດນາມ ​ໃນ​ຊຸມ​ປີ 1960 ​ແລະ 1970 ຂອງ​ສະຕະວັດ​ກ່ອນ ​ເພື່ອ​ຖ່າຍ​ທຳ​ບັນດາ​ຮູບ​ເງົາ​ເອກະສານ ກ່ຽວ​ກັບ​ສົງຄາມ​ ຫວຽດນາມ ​ແລະ ທ່ານ​ປະທານ​ໂຮ່ຈິ​ມິນ.

    ກ່ອນ​ທີ່​ສາຍຮູບ​ເງົາ “​ເສັ້ນທາງ​ໄປ​ຍັງ​ປະ​ເທດ​ໜຶ່ງ​ທີ່​ບໍ່​ຄົງ​ຕົວອີກ”, ຊ່ອງ​ໂທລະພາບ Telesur ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້,​ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ຫວຽດນາມ​ ຢູ່​ນະຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ