ໂທລະພາບແບນຊິກແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນການລົງທຶນຢູ່ຫວຽດນາມ

ໂທລະພາບແບນຊິກແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນການລົງທຶນຢູ່ຫວຽດນາມ - ảnh 1
​ຄະ​ນະ​​ຜູ້​ແທນ​ປະ​ຊາ​ຄົມ​ຊາວ ແບນ​ຊິກ ເວົ້າ​ພາ​ສາ ຝ​ຣັ່ງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຢູ່​​ມະ​ຫາ​ວິ​ທະ​ຍາ​ໄລ ດ່າ​ນັ້ງ ເມື່ອ​ປີ 2013
(ພາບ: Trần Lê Lâm/TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 30/11, ຊ່ອງ​ໂທລະພາບ​ໃຊ້​ພາສາ​ຝຣັ່ງ​ໃຫຍ່​ທີ່​ສຸດ​ຂອງ​ແບນ​ຊິກ RTBF ​​ໄດ້​ອອກ​ອາກາດລາຍການ​ສາລະ​ຄະດີ​ເນື່ອງ​ໃນ​ໂອກາດ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງການ​ຮ່ວມ​ມື​ຂອງ​ອົງການ​ການ​ຄ້າ​ຕ່າງປະ​ເທດ ​ແລະ ການ​ລົງທຶນ​ເຂດ Wallonie (Awex) ປະຈຳ​ຫວຽດນາມ. ຕາມລາຍການ​ສາລະ​ຄະດີ​ນີ້​ແລ້ວ, ປີ 1994, ​ເຂດ Wallonie ຂຶ້ນ​ກັບປະຊາ​ຄົມ​ຊາວ​ແບນ​ຊິກເວົ້າ​ພາສາ​ຝຣັ່ງ ​ໄດ້​ຕັດສິນ​ເລືອກ​ເອົາ​ຫວຽດນາມ ​ເພື່ອ​ເປີດ​ອົງການ​ການຄ້າ​ຕ່າງປະ​ເທດ ​ແລະ ການ​ລົງທຶນ ດ້ວຍ​ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ປະຊາ​ຄົມ​ແບ​ນຊິກ​ເວົ້າ​ພາສາ​ຝຣັ່ງ ​ແລະ ຫວຽດນາມ. ຈາກ​ນັ້ນມາ​ຮອດ​ປະຈຸ​ບັນ, ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ພັດທະນາ​ຢ່າງ​ຕໍ່​ເນື່ອງ. ທ່ານ​ລັດຖະມົນຕີ​​ເສດຖະກິດ​ເຂດ Wallonie Jean Claude Marcourt, ​ແນະນຳ​ໃຫ້​ບັນດາ​ນັກ​ລົງທຶນ​ເຂດ Wallonie ຄວນ​ລົງທຶນ​ເຂົ້າ​ຫວຽດນາມ ຍ້ອນ​ວ່າ​ທີ່​ນີ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ການພັດທະນາ​ທີ່​​ໃຫຍ່​ຫຼວງ, ​ແຫຼ່ງຄົນ​ງານອຸດົມສົມບູນ ​ແລະ ຄ່າ​ແຮງ​ງານ​ຕຳ່​ກ່ວາ​​ເມື່ອທຽບ​ກັບປະ​ເທດ​ອື່ນ​ໃນ​ພາກ​ພື້ນ. ຕາມ​ບັນດາ​ນັກ​ຂ່າວ​ແບນ​ຊິກ​ແລ້ວ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງອາຊີ ​ແລະ ປະຈຸ​ບັນ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດີ ​ແລະ ປະ​ທັບ​ໃຈຂອງ​ນັກ​ລົງທຶນ​ຕ່າງປະ​ເທດຫຼາຍ​ຄົນ.


ຂ່າວ/ບົດ​ອື່ນ