ໂທ​ລະ​ສັບ​ສາຍ​ດ່ວນ​ການ​ທະ​ຫານ ຍີ່​ປຸ່ນ - ຈີນ ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ

(VOVWORLD) - ວັນທີ 31 ມີນາ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ໂທລະສັບສາຍດ່ວນການທະຫານລະຫວ່າງປະເທດນີ້ ກັບ ຈີນ ໄດ້ນຳເຂົ້າເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຫຼີກລ້ຽງກໍລະນີເກີດເຫດບັງເອີນລະຫວ່າງສອງປະເທດ.
ໂທ​ລະ​ສັບ​ສາຍ​ດ່ວນ​ການ​ທະ​ຫານ ຍີ່​ປຸ່ນ - ຈີນ ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ - ảnh 1(ພາບປະກອບ: Kyodo)

ໂທລະສັບສາຍດ່ວນດັ່ງກ່າວ ແມ່ນເສົາຫຼັກຂອງ ກົນໄກຕິດຕໍ່ຢູ່ທາງທະເລ ແລະ ທາງອາກາດ ລະຫວ່າງ ຈີນ ແລະ ຍີ່ປຸ່ນ ເພື່ອຕ້ານ, ສະກັດກັ້ນການແຕະຕ້ອງແບບບໍ່ຕັ້ງໃຈຢູ່ທາງ ທະເລ ແລະ ທາງອາກາດ ລະຫວ່າງກຳລັງປ້ອງກັນຕົວ ຍີ່ປຸ່ນ ແລະ ກອງທັບ ຈີນ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Hayashi ໄດ້ປະກາດແຜນການໄປຍັງປະເທດ ຈີນ ໃນທ້າຍອາທິດນີ້, ໃນນັ້ນ ມີການພົບປະສົນທະນາກັບຄູ່ຕຳແໜ່ງ ຈີນ ສີນກາງ. ນີ້ກໍແມ່ນການຢ້ຽມຢາມ ຈີນ ເທື່ອທຳອິດຂອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ນັບແຕ່ເດືອນທັນວາ 2019.


ຕອບກັບ

ຂ່າວ/ບົດ​ອື່ນ