ໂທ​ລະ​ເລກ, ຈົດ​ໝາຍ, ສານ​ສະ​ແດງຄວາມ​ເສົ້າ​ສະຫຼົດ​ໃຈ ຕໍ່​ການ​ຈາກ​ໄປ​ຂ​ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) -ໂດຍໄດ້ຮັບຂ່າວທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ການນຳບັນດາປະເທດໄດ້ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈ. 

    ໂດຍໄດ້ຮັບຂ່າວທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ທ່ານປະທານາທິບໍດີ ສາທາລະນະລັດ ຟີລິບປິນ, Ferdinand Romualdez Marcos Jr.; ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ເຢຍລະມັນ Frank, Walter Steinmeier; ທ່ານຜູ້ມີອຳນາດເຕັມແຫ່ງ New Zealand, Cindy Kiro; ສັນທະປະປາ Francis; ທ່ານປະທານາທິບໍດີ ສ. ອາເຊັກໄບຢານ,  Ilham Aliyev, ທ່ານນາຍົກລັດຖະມົນຕີ ສ. ອາແຊັກໄບຊານ Ali Asadov; ທ່ານນາຍົກລັດຖະມົນຕີ ສ. ອາກເມເນຍ, Nikol Pashinyan; ທ່ານປະທານາທິບໍດີ ສ. ໂອຕາລິດ, Alexander Van der Bellen; ກະສັດລາຊະອານາຈັກ ແບນຊິກ Philippe; ພະບໍລົມວົງສານຸວົງ ລັດ ຄູເວດ, Sheikh Meshal Al – Ahmad Al – Jaber Al – Sabah ແລະ ເຈົ້າຊາຍ ລັດ ກູເວດ, Sabah Khaled Al – Hamad Al – Sabah; ທ່ານຜູ້ຮັກສາການປະທານາທິບໍດີ ສ. ອິດສະລາມ ອີຣານ, Mohammad Mokhber; ທ່ານປະທານາທິບໍດີ ລັດ ອິດສະຣາແອັນ, Isaac Herzog; ທ່ານປະທານາທິບໍດີ ສ. ໂມຊຳບິກ, ປະທານພັກແນວໂຮມປົດປ່ອຍ ໂມຊຳບິກ Filipe Jacinto Nyusi; ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ຊູແອັດ, Ulf Kristersson; ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື ກໍໄດ້ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ