ໂທ​ລະ​ເລກ, ຈົ​ດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) -  ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ; ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ບັນດາອົງການຈັດຕັ້ງມິດຕະພາບ ໄດ້ສົ່ງໂທລະເລກ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ໂທ​ລະ​ເລກ, ຈົ​ດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ໂລງສົບທ່ານເລຂາທິການໃຫຍ່  ຫງວຽນຝູຈ້ອງ ຢູ່ຫໍຈັດງານສົບແຫ່ງຊາດ ທີ່ຮ່າໂນ້ຍ (ພາບ: TTXVN)

ໂດຍໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ໄດ້ເຖິງແກ່ມໍລະນະກຳ, ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ; ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ບັນດາອົງການຈັດຕັ້ງມິດຕະພາບ ໄດ້ສົ່ງໂທລະເລກ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານ Mary Simon ຜູ້ວ່າການ ການາດາ ຢັ້ງຢືນວ່າ ການາດາ ຖືເປັນສຳຄັນການສະໜັບສະໜູນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນວິວັດທະນການສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງສາຍພົວພັນທີ່ແໜ້ນແຝ້ນ ແລະ ປະສິດທິຜົນເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

ປະທານາທິບໍດີ ສ.ກຣົວຊີ; ນາຍົກລັດຖະມົນຕີ ລາຊະອານາຈັກ ນອກແວ,; ປະທານາທິບໍດີ ສ.ແຟງລັງ; ຜູ້ອຳນວຍການໃຫຍ່ອົງການ UNESCO; ປະທານພັກຍຸຕິທຳ ຍີ່ປຸ່ນ,  ໄດ້ສົ່ງຈົດໝາຍ, ໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານປະເທດ ໂຕເລິມ.

ຕອບກັບ

ຂ່າວ/ບົດ​ອື່ນ