ໂທ​ລະ​ເລກ, ຈົດ​ໝາຍອວຍ​ພອ​ນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 79 ປີ

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 79 ປີ (2 ກັນຍາ 1945 – 2 ກັນຍາ 2024), ທ່ານເລຂາທິການໃຫຍ່, ສປຊ, ການນຳບັນດາປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເຢຍລະມັນ, ຝລັ່ງ, ການາດາ, ໂຮນລັງ, ອາຟະລິກາໃຕ້, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາພັກໃນໂລກ ໄດ້ສົ່ງໂທລະເລກ, ຈົດໝາຍອວຍພອນວັນຊາດ ເຖິງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ການນຳພັກ, ລັດ ຫວຽດນາມ.

  ໃນຈົດໝາຍຝາກເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານເລຂາທິການໃຫຍ່ ສປຊ, Antonio Guterres ຢັ້ງຢືນວ່າ ນີ້ແມ່ນຈຸດເວລາເພື່ອຈົດຈຳຄວາມສຳຄັນຂອງການຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ, ແກ້ໄຂວິກິດການດ້ານດິນຟ້າອາກາດ ແລະ ເປີດກວ້າງໂອກາດໃຫ້ແກ່ທຸກຄົນ; ຮຽກຮ້ອງໃຫ້ຊຸກຍູ້ຄວາມສາມັກຄີ ແລະ ບັນດາມາດຕະການລວມ ເພື່ອແນໃສ່ບັນລຸໄດ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ຮັບປະກັນສິດທິມະນຸດ, ພ້ອມກັນສ້າງອະນາຄົດທີ່ສົດໃສກວ່າໃຫ້ປະຊາຊົນ ຫວຽດນາມ ແລະ ທົ່ວໂລກ.

        ໃນຈົດໝາຍທີ່ໄດ້ຝາກເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmeier ສະແດງຄວາມເຊື່ອໝັ້ນວ່າ ສອງປະເທດ ຈະສືບຕໍ່ເຮັດໃຫ້ບັນດາສາຍສຳພັນເລິກເຊິ່ງ, ຫຼາຍຮູບຫຼາຍແບບກວ່າອີກ ກໍຄື ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ.

        ທ່ານປະທານາທິບໍດີ ສ.ຝລັ່ງ, Emmanuel Macron, ໄດ້ສົ່ງຈົດໝາຍອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ໃນນັ້ນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມອະນາຄົດແບບຍືນຍົງ ຜ່ານການປະຕິບັດການຫັນປ່ຽນພະລັງງານ ແລະ ຢັ້ງຢືນການສະໜັບສະໜູນຂອງ ຝລັ່ງ ທີ່ມີຕໍ່ ຫວຽດນາມ ເພື່ອແນໃສ່ປະຕິບັດເປົ້າໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ