ໂທລະເລກຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ:ຮັບປະກັນຄວາມປອດໄພໃຫ້ IPU-132

ໂທລະເລກຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ:ຮັບປະກັນຄວາມປອດໄພໃຫ້ IPU-132  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 28/3-1/4, ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU-132) ຈະ​​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ​ ຮ່າ​ໂນ້ຍ ​ແລະ ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຢູ່ບາງ​ທ້ອງ​ຖິ່ນ. ​ໂທລະ​ເລກ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຝາກ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຊີ້​ແຈ້ງວ່າ: ​ເລື່ອງ​ຈັດ​ຕັ້ງ IPU-132 ສຳ​ເລັດ​ຜົນ ຈະ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ກັບບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ; ຍົກ​ສູງ​ບົດບາດທີ່​ຕັ້ງຂອງ ຫວຽດນາມ ​ຢູ່ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ວ່າ ເພື່ອ​ຮັບປະກັນ​ຄວາມ​​ປອດ​ໄພ​ໃຫ້ IPU-132 ຢ່າງ​ເດັດຂາດ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ, ຜັນ​ຂະຫຍາຍ​ວິທີ​ປ້ອງ​ກັນ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້ IPU-132 ຢ່າງ​ເດັດຂາດ. ກຳ​ແໜ້ນ​ສະພາບ​ກ່ອນ, ພາຍ​ໃນ ​ແລະ ພາຍຫຼັງກອງ​ປະຊຸມ​​ດຳ​ເນີນ, ບໍ່​ປະ​ໃຫ້​​​​ເຫດ​ເກີດ​ຂຶ້ນໂດຍບັງ​ເອີນ; ບໍ່​ປະ​ໃຫ້​ບັນດາ​ເປົ້າ​ໝາຍ​ສວຍ​ໂອກາດ ​ເພື່ອ​ລ່ວງ​ລະ​ເມີດຄວາມ​ສະ​ຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ໃຫຍ່; ສົມທົບ​ກັບ​ບັນດາ​ທ້​ອງຖິ່ນ ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ຄົມມະນາຄົມ; ປະຕິບັດ​ວຽກ​ງານ​ອະນາ​ໄມ​ສິ່ງ​​ແວດ​ລ້ອມ, ປ້ອງ​ກັນ​ຕ້ານ​ໂລກລະບາດ, ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ​ໃນ​ບໍລິ​ເວນ​ເປັນ​ຢ່າງ​ດີ.

 


ຂ່າວ/ບົດ​ອື່ນ