ໂທລະເລກສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ

ໂທລະເລກສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ - ảnh 1
ພິທີໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​
ປະຊາຊົນ​ປະຕິວັດ ລາວ
(ພາບ: Phạm Kiên/TTXVN)

(vovworld) – ​​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 18 – 22/1/2016 ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກຊົມ​ເຊີ​ຍເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ10​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ​ໂທລະ​ເລກ​ໄດ້​ຊີ້​ແຈ້ງ​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ເຫດການ​ການ​ເມືອງ​ມີ​ຄວາມ​ສຳຄັນ​ຍິ່ງ​ໃນ​ຊີວິດ​ການ​ເມືອງ - ສັງຄົມ​ຂ​ອງປະ​ເທດ​ລາວ. ຍາມ​ໃດ ຫວຽດນາມ ກໍ​ສະໜັບສະໜູນ ​ແລະ ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ລາວບັນດາ​ເຜົ່າ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່, ​ໃຫຍ່​ຫຼວງ​ກ່ວາ​ໃນ​ພາລະກິດ​ປ່ຽນ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ຢ່າງ​ມີ​ໄຊ, ກໍ່ສ້າງ​ປະ​ເທດ​ລາວ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ​ຕາມ​ຈຸດໝາຍ​ລັດທິ​ສັງຄົມ​ນິຍົມ​ສຳ​ເລັດ​ຜົ​ນ. ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຫວັງ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ກ່ຽວ​ກັບ​ການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ຕະຫຼອດ​ໄປ.

 


ຂ່າວ/ບົດ​ອື່ນ