ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ​ຕໍ່​ຜົນ​ເສຍ​ຫາຍ​ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ Daniel ຢູ່ ລີ​ບີ

(VOVWORLD) - ໂດຍໄດ້ຮັບຂ່າວວ່າ  ວັນທີ 13 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກວະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານສະພາປະທານາທິບໍດີແຫ່ງລັດ ລີບີ Mohammed Yunus Al – Menfi. 
ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ​ຕໍ່​ຜົນ​ເສຍ​ຫາຍ​ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ Daniel ຢູ່ ລີ​ບີ - ảnh 1ສະພາບການຢູ່ນະຄອນ Derna ຢູ່ ລີບີ ໃນວັນທີ 11 ກັນຍາ (ພາບ: THX/TTXVN)

ໂດຍໄດ້ຮັບຂ່າວວ່າ ເກີດພາຍຸ Daniel ຢູ່ນະຄອນ Derna, ລີບີ ໃນວັນທີ 10 ກັນຍາ, ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງນັບທັງທາງດ້ານຊີວິດອິນຊີ ແລະ ຊັບສິນ, ວັນທີ 13 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກວະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານສະພາປະທານາທິບໍດີແຫ່ງລັດ ລີບີ Mohammed Yunus Al – Menfi; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ລີບີ Abdul Hamid Dbeibeh.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານຮັກສາການລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ລີບີ Fathallah al – Zani ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ