ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ຕໍ່​ເລື່ອງ​ທ່ານ​ນາງ Merle Ratner ເຖິງ​ແກ່​ມໍ​ລະ​ນະ​ກຳ

(VOVWORLD) -  ທ່ານນາງ Merle Ratner ແມ່ນນັກເຄື່ອນໄຫວຂະບວນການຝ່າຍຊ້າຍແຖວໜ້າຢູ່ ອາເມລິກາ, ເຂົ້າຮ່ວມຂະບວນການຕ້ານສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ ແຕ່ຕອນອາຍຸ ພຽງ 13 ປີ.

ໂດຍໄດ້ຮັບຂ່າວວ່າ ທ່ານນາງ Merle Ratner, ນັກເຄື່ອນໄຫວຂະບວນການຝ່າຍຊ້າຍ ຊາວອາເມລິກາ , ເພື່ອນມິດສະໜິດສະໜົມຂອງ ຫວຽດນາມ ໄດ້ເຖິງແກ່ມໍລະນະກຳໃນວັນທີ 5 ກຸມພາ 2024, ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຮ່ວາຍຈຸງ, ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ຄອບຄົວທ່ານນາງ Merle Ratner.

ທ່ານນາງ Merle Ratner ອາຍຸ 67 ປີ ໄດ້ເຖິງແກ່ມໍລະນະກຳ ໃນອຸບັດຕິເຫດ ຢູ່ນະຄອນ New York ທີ່ເກີດຂຶ້ນຕອນຄ່ຳວັນທີ 5 ກຸມພາ. ພ້ອມກັບຜົວແມ່ນທ່ານ ໂງແທັນຍານ, ທ່ານນາງ Merle Ratner ໄດ້ເຂົ້າຮ່ວມຂະບວນການຕ້ານສົງຄາມ ອາເມລິກາ ຢູ່ ຫວຽດນາມ ໃນປີ 1960 ແລະ ຍາມໃດກໍ່ຕັ້ງໜ້າຊຸກຍູ້ການພົບປະແລກປ່ຽນປະຊາຊົນສອງປະເທດ. ທ່ານນາງ Merle Ratner ແມ່ນນັກເຄື່ອນໄຫວຂະບວນການຝ່າຍຊ້າຍແຖວໜ້າຢູ່ ອາເມລິກາ, ເຂົ້າຮ່ວມຂະບວນການຕ້ານສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ ແຕ່ຕອນອາຍຸ ພຽງ 13 ປີ. ທ່ານນາງແມ່ນຜູ້ຮ່ວມສ້າງຕັ້ງ ແລະ ປະສານງານການຈັດຕັ້ງຂົນຂວາຍການໜູນຊ່ວຍ ແລະ ມີຄວາມຮັບຜິດຊອບຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ (VAORRC).

ຕອບກັບ

ຂ່າວ/ບົດ​ອື່ນ