ໂທລະເລກສະແດງຄວາມເສົ້າສະຫຼົດໃຈກ່ຽວກັບເຫດລະເບີດຢູ່ນະຄອນ Kerman, ທິດຕາເວັນອອກພາກໃຕ້ ອີຣານ

(VOVWORLD) - ເຫດລະເບີດຢູ່ນະຄອນ Kerman, ທິດຕາເວັນອອກພາກໃຕ້ ອີຣານ, ເຮັດໃຫ້ກວ່າ 100 ຄົນເສຍຊີວິດ ແລະ ເກືອບ 200 ຄົນຮັບບາດເຈັບ

ໂດຍໄດ້ຮັບຂ່າວເກີດເຫດລະເບີດຢູ່ນະຄອນ Kerman, ທິດຕາເວັນອອກພາກໃຕ້ ອີຣານ, ເຮັດໃຫ້ກວ່າ 100 ຄົນເສຍຊີວິດ ແລະ ເກືອບ 200 ຄົນຮັບບາດເຈັບ, ວັນທີ 04 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານປະທານາທິບໍດີ ອີຣານ Ebrahim Raisi; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານຮອງປະທານາທິບໍດີຜູ້ທີໜຶ່ງ Mohammad Mokhber; ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf.

ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ກໍ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ເຊັ່ນດຽກັນ.

ຕອບກັບ

ຂ່າວ/ບົດ​ອື່ນ