ໂທລະເລກອວຍພອນ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ

ໂທລະເລກອວຍພອນ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ - ảnh 1
ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມີ​ງ
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: ThongNha/TTXVN)


(vovworld) – ​ ​​​ເນື່ອງ​ໃນ​ໂອກາດ​ສ​ະເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນຊາດ ຫວຽດນາມ ວັນທີ 2/9 (2/9/1945 – 2/9/2015) ​ແລະ ສະ​ເຫຼີ​ມສະຫຼອງ 70 ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ (28/8/1945 – 28/8/2015), ທ່ານນາງ ສູນ​ທອນ ​ໄຊ​ຍະ​ຈັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມີ​ງ. ​ໃນ​ໂທລະ​ເລກ​, ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ຢືນຢັນວ່າ: ການ​ປະກອບສ່ວນ​ສຳຄັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສຳລັບ​ຜົນ​ງານ​ລວມຂອງ​ປະ​ເທດ​ຊາດ, ປະກອບສ່ວນຕັ້ງໜ້າເຂົ້າ​​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ສາກົນ, ກໍ​ຄື​ເຂົ້າ​ໃນ​ການ​ພັດ​ທະນາສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ໃນ​ຕະຫລອດ​ໄລຍະ​ຜ່ານ​ມາ.

        ​ແລະ​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສະຫະພັນ ລັດ​ເຊຍ Sergey Lavrov ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມີ​ງ. ​ໂທລະ​ເລກ​ໄດ້ສະ​ແດງ​ຄວາມ​ຫວັງວ່າ: ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ, ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຂອງ​ພາກ​ພື້ນ​ ອາຊີ - ປາຊີ​ຟີ​ກ.

ຂ່າວ/ບົດ​ອື່ນ