ໂທລະເລກອວຍພອນຂອງພັກຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

(VOVWORLD) -ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໝັ້ນໝາຍວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ນັບມື້ນັບແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ
ໂທລະເລກອວຍພອນຂອງພັກຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1(ພາບປະກອບ: dangcongsan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ດ້ວຍເນື້ອໃນທີ່ວ່າ: ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສ, ຖືກຕ້ອງ, ເດັດດ່ຽວຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ ແລະ ໃຫຍ່ຫຼວງກວ່າເກົ່າໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ເພື່ອເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໝັ້ນໝາຍວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ນັບມື້ນັບແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

          ໃນໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ເນັ້ນໜັກວ່າ: ພັກກອມມູນິດຈີນ ມີຄວາມສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນຮ່ວມມືມິດຕະພາບກັບພັກກອມມູນິດຫວຽດນາມ ເປັນສຳຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບພັກກອມມູນິດຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນບົດຮຽນທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການກໍ່ສ້າງພັກ, ຄຸ້ມຄອງປະເທດຊາດ… ໃຫ້ເລິກເຊິ່ງກວ່າອີກ.

          ໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ມີເນື້ອໃນວ່າ: ພັກປະຊາຊົນກຳປູເຈຍ ຕີລາຄາສູງສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຕັດສິນໃຈປັບປຸງການພົວພັນລະຫວ່າງກຳປູເຈຍ - ຫວຽດນາມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ ຕາມທິດນຳ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ”.

          ເນື່ອງໃນໂອກາດນີ້, ທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro; ທ່ານປະທານພັກແຮງງານສປປ.ເກົາຫຼີ Kim Jong un ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ